ຈີນ​ຈະ​ຮ່ວມ​​ກັບ​ອາຊ​ຽນຊຸກ​ຍູ້​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ແລະ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່ກັນ​ຢູ່​ເທິງ​ທະ​ເລ

(GMT+08:00) 2011-11-18 14:55:23     cri
ຕອນ​ເຊົ້າ​ວັນ​ທີ18​ພະຈິກ​ນີ້, ຢູ່​ເກາະ​ບາ​ຫຼຂອງ​ອິນ​ໂດ​ເນ​ເຊຍີ, ທ່ານຫຼິນ​ເຈິ້ນ​ໝິນ ຜູ້​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຈີນ​ອາຊ​ຽນຄັ້ງ​ທີ14 ກໍ​ຄືກ​ອງປະຊຸມ​ສຸດ​ຍອດ​ລະ​ລຶກຈີນ​ອາຊ​ຽນສ້າງ​ການ​ພົວພັນ​ຄູ່​ເຈລະຈາ​ຄົບຮອບ20​ປີ, ທ່ານ​ເວີ່ນ​ເຈ​ຍປາວ ນາຍົກລັດຖະມົນຕີຈີນກ່າວ​ວ່າ, ຈີນ​ຈະ​ຮ່ວມ​ກັບ​ອາຊ​ຽນຊຸກ​ຍູ້​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ແລະ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່ກັນ​ຢູ່​ເທິງ​ທະ​ເລ.

ຕອນ​ເຊົ້າ​ມື້​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ​ເວີ່ນ​ເຈຍ​ປາວ​ແລະ​ຜູ້ນຳ10​ປະ​ເທດ​ອາຊ​ຽນ​ໄດ້​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຈີນ​ອາຊ​ຽນຄັ້ງ​ທີ14 ກໍ​ຄືກ​ອງປະຊຸມ​ສຸດ​ຍອດ​ລະ​ລຶກຈີນ​ອາຊ​ຽນສ້າງ​ການ​ພົວພັນ​ຄູ່​ເຈລະຈາ​ຄົບຮອບ20​ປີ, ​ແລະ​ກ່າວ​ຄຳ​ປາ​ໄສ​ຫົວ​ຂໍ້​ຫຼັກ. ຕາມ​ການ​ໃຫ້​ຂ່າວຂອງ​ທ່ານ​ຫຼິວ​ເຈິ້ນ​ໝິນ, ​ໃນ​ບົດ​ປາ​ໄສ​ຂອງ​ທ່ານ​ເວີ່ນ​ເຈຍ​ປາວ​ນັ້ນ, ທ່ານໄດ້​ເນັ້ນ​ໜັກ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາຊ​ຽນຕ້ອງ​ເນັ້ນ​ໃສ່​ຫົວ​ຂໍ້​ສາມັກຄີ, ການຮ່ວມ​ມື​ກັນ​ແລະ​ການ​ພັດທະນາ, ທ່ານ​ໄດ້​ກ່າວ​ຢ້ຳ​ເຖິງຫຼັກ​ໝັ້ນ​​ໃນ​ການສະໜັບສະໜູນ​​ຖານະ​ນຳພາ​ຂອງອາຊ​ຽນ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ. ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ຕີ​ລາຄາ​ໃນ​ລະດັບ​ສູງ​ແລະ​ຢືນຢັນ​ຜົນສຳ​ເລັດ​ຂອງການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາຊ​ຽນ​ໃນ20​ປີ​​ຜ່ານ​ມາ​ຢ່າງ​ເຕັມທີ່, ​ແລະ​ມີ​ຂໍ້​ສະ​ເໜີ​ບາ​ງຢ່າງ​ຕໍ່​ການ​​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ອະນາຄົດ. ຄື 1, ຊຸກ​ຍູ້​ແລະ​ປັບປຸງ​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ໃຫ້​ສົມບູນ​ຂຶ້ນ​ຕື່ມ​ອີກ. ​ແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ຕຸລາ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ມີ​ເຖິງ295​ຕື້900​ລ້ານ​ໂດ​ລາ, ຄາດ​ວ່າ​ຍອດ​ມູນ​ຄ່າ​ການ​ຄ້າ​ໃນ​ໝົດ​ປີ​ຈະ​ຫຼາຍ​ກວ່າ350​ຕື້​ໂດ​ລາ. ອີງ​ຕາມ​ແຜນການ​ດຳ​ເນີນ​ງານ5​ປີ​ລະຫວ່າງ​ປີ2011​ຫາ​ປີ2015, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​​ອາຊ​ຽນຈະ​ມີ​ເຖິງ500​ຕື້​ໂດ​ລາ; 2, ຊຸກ​ຍູ້​ການ​ລົງ​ທຶນ​ເຊິ່ງກັນ​ແລະ​ກັນ, ​ເຊິ່ງລວມທັງ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ທີ່​ມີ​ຄວາມ​ສາມາດ​ຂອງ​ຈີນ​ໄປ​ລົງທຶນ​ຢູ່​ປະ​ເທດ​ອາຊ​ຽນ; 3, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່ກັນ, ທ່ານ​ເວີ່ນ​ເຈຍ​ປາວ​ສົ່ງ​ເສີມ​ໃຫ້​ສ້າງ​ຕັ້ງ​ຄະນະ​ກຳ​ມາ​ທິການ​ເຊື່ອມຕໍ່ກັນ​ແລະ​ຮ່ວມ​ມື​ກັນລະຫວ່າງ​ຈີນ​ອາຊຽນ, ຮ່ວມ​ກັນ​ສ້າງ​ເຄືອ​ຂ່າຍ​ເຊື່ອມຕໍ່ກັນ​ເທິງ​ທະ​ເລ; ​ແລະ​ສຸດ​ທ້າຍ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ທ່ານ​ເວີ່ນ​ເຈຍ​ປາວ​ສະ​ເໜີ​ໃຫ້​ຈັດ​ເອົາ​ປີ2012​ເປັນ​ປີ​ແລກປ່ຽນ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ອາຊ​ຽນ. ຈີນ​ຈະ​ເພີ່ມ​ທະວີ​ແລະ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ​ຢ່າງ​ຮອບດ້ານ, ຈັດ​ຕັ້ງປະຕິບັດ​ແຜນ​ດຳ​ເນີນ​ງານ​ຈີນ​ອາຊ​ຽນ​ແຕ່ປີ2011​ຮອດ​ປີ2015​ເປັນ​ຢ່າງ​ດີ, ຍົກ​ສູງການ​ພົວພັນ​ຈີນ​ອາຊ​ຽນ​ໃຫ້ຂຶ້ນ​ສູ່​ລະດັບ​ໃໝ່.

ທ່ານຫຼິວ​ເຈິ້ນ​ໝິນກ່າວ​ວ່າ, ຂໍ້​ລິ​ເລີ່​ມຂອງ​ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ແລະ​ຄວາມ​ຊົມ​ເຊີຍຢ່າງ​ເປັນ​ເອກະ​ພາບ​ກັນ​ຈາກ​ບັນດາ​ປະ​ເທດ​ອາຊ​ຽນ. ຜູ້ນຳ10​ປະ​ເທດ​ອາຊ​ຽນກ່າວ​ວ່າ, ຄວນ​ຮັກສາ​ທ່ວງທ່າ​ເຕີບ​ໂຕທາງ​ເສດຖະກິດ​ຂອງ​ອາຊີ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ, ຂອບ​ໃຈນຳ​ຈີນ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ອາຊ​ຽນ​ໃນ​​ການ​ຊຸກ​ຍູ້​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນ​, ​ເພີ່ມ​ທະວີ​ການ​ຮ່ວມ​ມືທາງ​ເສດຖະກິດ​ແລະ​ຊຸກ​ຍູ້​ການ​ເຊື່ອມຕໍ່​ກັນ​ໃນ20​ປີ​ມາ​ນີ້ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ