ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 6 ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ

(GMT+08:00) 2011-11-19 13:46:47     cri
ວັນ​ທີ 19 ພະຈິກ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 6 ​ໄດ້​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ, ຜູ້ນຳ​ຫຼື​ຜູ້ຕາງໜ້າຂອງ​ປະ​ເທດ​ອາ​ຊຽນ, ຈີນ, ອາ​ເມ​ເລິ​ກາ, ຣັດ​ເຊຍ, ຍີ່ປຸ່ນ, ສ.​ເກົາຫຼີ, ອິນ​​ເດຍ, ອົສຕຼາລີ​ແລະ​ນີວຊີ​ແລງ​ໄດ້​​ເຂົ້າ​ຮ່ວມ​ກອງ​ປະຊຸມ.


ທ່ານ​ເວີນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ, ​ແລະ​ຈະ​ແລກປ່ຽນ​ຄຳ​ເຫັນ​ກັບ​ຝ່າຍ​ຕ່າງໆຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ພັດທະນາ​​ໃນ​ອະນາຄົດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ, ສະຖານະ​ການ​ພາກ​ພື້ນ​ແລະ​ສາກົນ​ເປັນ​ຕົ້ນ, ຮ່ວມ​ກັນ​ກັບ​ຝ່າຍ​ຕ່າງໆ​ຊຸກຍູ້ກອງ​ປະຊຸມ​ສຸດ​ຍອດ​ດຳ​ເນີນ​ການ​ຮ່ວມ​ມື​ກັນ​ເພື່ອ​ໃຫ້​ໄດ້​ໝາກຜົນ​ອັນ​ຕັ້ງໜ້າໃນ​ຂົງ​ເຂດ​ສຳຄັນ​ເຊັ່ນ​ການ​ສຶກສາ, ການ​ເງິນ, ພະລັງງານ, ສາທາລະ ນະ​ສຸກ, ການບັນ​ເທົາ​ທຸກມ​ໄພພິບັດ​, ຈີນ​ກໍ່​ສະໜັບສະໜູນ​ກອງ​ປະຊຸມ​ສຸດ​ຍອດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ເຊື່ອມ​ຈອດ​ກັນ​ແລະ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ອາຊີ​ຕາ​ເວັນ​ອອກ.

ປີ​ນີ້, ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ໄດ້​ເຂົ້າ​​ເປັນ​ພາຄີ​ຂອງ​ກອງ​ປະຊຸມ​ສຸ​ດຍອດ​ອາຊີ​ຕາ​ເວັນ​ອອກ​ຢ່າງ​ເປັນ​ທາງ​ການ, ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ເປັນ​ຄັ້ງ​ທຳ​ອິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ