ຈີນ​ໄທ​ຍິນ​ດີ​ຮ່ວມ​ກັນ​ຮັກສາ​ຄວາມໝັ້ນຄົງຂອງ​ການເດີນ​ເຮືອຢູ່​ຕາມ​ລຳ​ແມ່​ນ້ຳຂອງ

(GMT+08:00) 2011-11-19 14:47:57     cri
ວັນ​ທີ 18 ພະຈິກ​ນີ້, ທ່ານ​ເວີນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ, ນາຍົກລັດຖະມົນຕີ​ໄທ​ຢູ່​ເກາະ​ບາ​ຫຼີ.

ທ່ານ​ເວີນ​ເຈ່ຍ​ປາວ​ກ່າວ​ວ່າ, ຈີນ​ຍິນ​ດີ​ຮັກສາ​ທ່າ​ອຽງການ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ​ລະດັບ​ສູງ​ລະຫວ່າງ​ຈີນ​ໄທ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ​ເພີ່ມ​ທະວີ​ການວາງ​ແຜນ​ການ​ແລະ​ປະສານ​ງານ​ການ​ຮ່ວມ​ມື​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ລະຫວ່າງ​ປະ​ເທດ​ທັງ​ສອງ, ຊຸກຍູ້​ການ​ເຊື່ອມ​ຈອດ​ກັນ​ໃນ​ພາກ​ພື້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ປະຕິບັດ​ກົດໝາຍ​ທາງ​ຄວາມ​ໝັ້ນຄົງ, ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແລະ​ລະບຽບ​ການ​ຂອງ​ການ​ເດີນ​ເຮືອ​ຢູ່​ຕາມ​ລຳ​ແມ່​ນ້ຳຂອງ. ຈີນ​ຍິນ​ດີ​ສືບ​ຕໍ່​ສະໜອງ​ການ​ຊ່ອຍ​ເຫຼືອ​ຕໍ່​ການ​ຕ້ານ​ໄພ​ແລະ​ກູ້​ໄພ​ນ້ຳ​ຖ້ວມ​ຂອງ​ໄທ​ແລະ​ວຽກ​ງານ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພ​ນ້ຳ​ຖ້ວມ.

ທ່ານ​ນາງ​ຍິ່ງ​ລັກ່າວ​ວ່າ, ຈີນ​ສະໜອງ​ການ​ຊ່ອຍ​ເຫຼືອ​ກູ້​ໄພ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ໄທ​ຢ່າງ​ທັນ​ເວລາ, ​ໄດ້​ເພີ່ມ​ທະວີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາມາດ​​ໃນ​ການ​ຕ້ານ​ແລະ​ກູ້​ໄພ​ນ້ຳ​ຖ້ວມ​ຂອງ​ໄທ, ​ໄທ​ສະ​ແດງ​ຄວາມ​ຂອບ​​ໃຈ​ນຳ​ຈີນ​​ໄທ, ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ເຂົ້າ​ຮ່ວມ​ວຽກ​ງານ​ສ້າງສາ​ຄືນ​ໃໝ່​ຂອງ​ໄທ​ຫຼັງ​​ໄພນ້ຳ​ຖ້ວມ. ​ໄທ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ການ​ພົວພັນ​ລະຫວ່າງ​​ໄທ​ກັບ​ຈີນ, ຍິນ​ດີ​ຮ່ວມ​ກັນ​ກັບ​ຈີນ​ແລະ​ປະ​ເທດ​ທີ່​ກ່ຽວຂ້ອງ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ການ​ເດີນ​ເຮືອ​ຢູ່​ຕາມ​ລຳແມ່​ນ້ຳຂອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ