ນາງ​ອາ​ໂຣ​ໂຢ, ອະດີດ​ປະທານາທິບໍດີ​ຟີ​ລິ​ບປີນ​ຖືກ​ຈັບ​ຕົວ

(GMT+08:00) 2011-11-19 14:48:31     cri
ຕອນ​ຄ່ຳ​ວັນ​ທີ 18 ພະຈິກ​ນີ້, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຟີ​ລິບ​ປີນ​ປະກາດ​ວ່າ, ຕຳຫຼວດ​ໄດ້​ຈັບ​ນາງ​​ກຼໍ​ເລຍ ມາ​ຄາ​ພາ​ການ ອາ​ໂຣ​​ໂຢ, ອະດີດ​ປະທານາທິບໍດີ​ຟີ​ລິບ​ປີນ​​ໃນ​ຕອນ​ຄ່ຳ​ມື້​ນີ້ຢູ່​ມາ​ນີລາ.

ວັນ​ທີ 18 ພະຈິກ​ນີ້, ຄະນະ​ກຳມະການ​ເລືອກ​ຕັ້ງ​ຟີ​ລິບ​ປີນ​ໄດ້​ກ່າວ​ຟ້ອງ​ນາງ​ອາ​ໂຣ​ໂຢດ້ວຍ​​ໂທດ​ຖານ"ຄວບ​ຄຸມ​ການ​ເລືອກ​ຕັ້ງ".ຫຼັງ​ຈາກ​ນັ້ນ​ຕຳຫຼວດ​ຟີ​ລິບ​ປີນ​ໄດ້​ຈັບ​ຕົວ​ອະດີດ ປະທານາທິບໍດີຜູ້ນີ້ຢູ່ຫ້ອງຄົນເຈັບຂອງໂຮງໝໍແຫ່ງໜຶ່ງ​ໃນ​ຄະ​ນອນ​ຫຼວງມານີລາ. ​ແຕ່​ວ່າ​ພິຈາລະນາ​ເຖິງ​ສຸຂະພາບ​ຂອງ​ນາງ, ປະຈຸ​ບັນ​ນາງ​ໄດ້​ຮັບ​ອະນຸຍາດ​ສືບ​ຕໍ່​ພັກ​ຢູ່​ໂຮງໝໍ​ດັ່ງກ່າວ.

ອີງ​ຕາມ​ກົດໝາຍ​ທີ່​ກ່ຽວຂ້ອງ, ຖ້າວ່າ​ໂທດ​ຖານ​ດັ່ງກ່າວ​ຖືກຕັດສິນ​ຕົກລົງ​ແລ້ວ, ນາງ​ອາ​ໂຣ​ໂຢ, ອະດີດ​ປະທານາທິບໍດີ​ຟີ​ລິບ​ປີນປີ​ນີ້​ມີອາຍຸ 64 ປີ​​ອາ​ຈະ​ຖືກຕັດສິນ​ອິດ​ສະລະ​ພາບ​ຕະຫຼອດ​ຊີວິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ