ປະຊາ​ຄົມ​ໂລກ​ມີ​ທ່າ​ທີ​ຕ່າງ​ກັນຕໍ່​ມາດ​ຕະການ​ຂອງ​ສັນນິບາດ​ອາຣັບທີ່​ປະຕິບັດ​ຕໍ່​ຊີ​ລີ

(GMT+08:00) 2011-11-19 14:50:03     cri
ວັນ​ທີ 16 ພະຈິກ​ນີ້, ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ​ປະ​ເທດ​ສະມາຊິກ​ສັນນິບາດ​ອາຣັບຢືນຢັນ​ວ່າ​ຍົກ​ເລີກ​ຖານະ​ເປັນ​ປະ​ເທດ​ສະມາຊິກ​ ​ສັນນິບາດ​​ອາຣັບຂອງ​ຊີ​ລີ​, ​ແລະ​ຕົກລົງ​ສົ່ງ​ຄະນະ​ສັງ​ເກດ​ການ​ໄປ​ຊີ​ລີ​ເພື່ອ​ຕິດຕາມ​ສະພາບ​ການ​ປະຕິບັດ​ແຜນການ​ແກ້​ໄຂ​ວິ​ກິດ​ການ​, ປະຊາ​ຄົມ​ໂລກ​ມີ​ທ່າ​ທີ​ຕ່າງ​ກັນ​ຕໍ່​ເລື່ອງ​ນີ້.

ວັນ​ທີ 18 ພະຈິກ​ນີ້​ຢູ່​ມົສກູ, ທ່ານ​ປູ​ຕິນ, ນາຍົກລັດຖະມົນຕີຣັດ​ເຊຍ​ກ່າວ​ວ່າ, ຣັດ​ເຊຍ​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ​ມີ​ທ່າ​ທີ​ອົດ​ກັ້ນ​ແລະ​ລະມັດລະວັງ​ຕໍ່​ສະຖານະ​ການ​ຊີ​ລີ, ຣັດ​ເຊຍ​ບໍ່​ເຫັນ​ດີ​​ໃຊ້​ກຳລັງ​ອາວຸດ.

ວັນ​ທີ 17 ພະຈິກ​ນີ້​ຢູ່​ເບ​ລຸດ, ທ່ານ​ນາ​ອິມ ຄາ​​ເຊັມ, ຮອງ​ເລຂາທິການ​ໃຫຍ່​ຂອງ​ພັກ​ຮິ​ສບາ​ລັຮ໌ລີ​ບັງ​ກ່າວ​ວ່າ, ຄວນ​ແກ້​ໄຂ​ບັນຫາ​ຊີ​ລີ​ດ້ວຍ​ການສົນທະນາ, ປະ​ເທດ​ອາຣັບ​ແລະ​ກຳລັງ​ພາຍ​ນອກ​ໃຊ້​ກຳລັງ​ກົດ​ດັນ​ຕໍ່​ຊີ​ລີ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນຫາ.
ວັນ​ທີ 18 ພະຈິກ​ນີ້​ຢູ່ອັງກາ​ລາ, ທ່ານ​ເອ​ເມັດ ດາ​ອຸດ​ໂອ​ລູ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຕວກກີ​ກ່າວ​ວ່າ, ຖ້າວ່າ​ຊີ​ລີ​ບໍ່​ສິ້ນ​ສຸດ​ການ​ປະ​ທະ​ກັນທີ່​ນອງເລືອດ​ໂດຍ​ໄວ, ຕວກກີ​ຈະ​ປະຕິບັດ​ມາດ​ຕະການ​ຕໍ່​ຊີ​ລີ​ລວມທັງ​ການ​ລົງ​ໂທດ​ທາງ​ເສ​ດຖະກິດ.

ວັນ​ທີ 18 ພະຈິກ​ນີ້, ທ່ານ​ອາ​ເລນ ຈູ​ເປ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຝລັ່ງກໍ່​ກ່າວ​ວ່າ, ມີ​ຄວາມ​ຈຳ​ເປັນ​ລົງ​ໂທດ​ຕໍ່​ຊີ​ລີ​ດ້ວຍ​ວິທີ​ຕ່າງໆ​ເຊັ່ນ​ລົງ​ໂທດ​ເສດຖະກິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ