ຈີນ​​ໃຫ້​ສຳພາດ​ຕໍ່ນັກ​ຂ່າວ​ກ່ຽວ​ກັບ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດຮັບຮອງມະຕິ"ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ແນ​ໃສ່​ຜູ້​ຖືກ​ປົກ​ປ້ອງ​ສາກົນ"

(GMT+08:00) 2011-11-19 15:41:49     cri
ວັນ​ທີ 19 ພະຈິກ​ນີ້, ທ່ານ​ຫຼິວ​ເວ​ມິນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຍຶດໝັ້ນ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ປະ​ເທດກັບປະ​ເທດ​ຄວນ​ປະຕິບັດ​ກົດໝາຍ​ສາກົນ​ແລະ​ຫຼັກ​ມາດຖານ​ການ​ພົວພັນລະຫວ່າງ​ຊາດຕະຫຼອດ​ມາ, ຄວາມ​ປອດ​ໄພ​ຂອງ​ພະນັກງານການ​ທູດ​ຄວນ​ໄດ້​ຮັບ​ການ​ປົກ​ປ້ອງ​ຢ່າງ​ແທ້​ຈິງ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດຮັບຮອງມະຕິ"ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ແນ​ໃສ່​ຜູ້​ຖືກ​ປົກ​ປ້ອງ​ສາກົນ", ທ່ານ​ຫຼິວ​ເວ​ມິນ​ກ່າວ​ວ່າ, ຈີນ​ໄດ້​ປ່ອນ​ບັດ​ຂາວ​ຕໍ່​ຮ່າງ​ມະຕິ​ດດັ່ງກ່າວ. ຈີນ​ຄັດຄ້ານ​ລັດທິ​ກໍ່​ການ​ຮ້າຍ​ທຸກຮູບ​ທຸກ​ແບບ.

ວັນ​ທີ 18 ພະຈິກ​ນີ້​ຢູ່​ທີ່​ນີວຢອກ, ທ່ານ​ຫຼີປາວ​ຕຸ່ງ, ຜູ້ຕາງໜ້າ​ຖາວອນຂອງ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ກ່ອນສຳ​ຫຼວດຄະດີ​ກ່ຽວ​ກັບ​ອີຣານ​ເຂົ້າ​ຮ່ວມການລອບ​ຂ້າ​​ເອກ​ອັກຄະ​ລາຊະທູດ​ອາຣາບີ​ຊາ​ອູ​ດິດປະຈຳ​ອາ​ເມ​ລິ​ກາ​ໃຫ້​ແຈ້ງ, ຝ່າຍ​ຕ່າງໆ​ຄວນ​ມີ​ທ່າ​ທີລະ​ມັດ​ລະວັງ, ຫຼີກ​ເວັ້ນບໍ່​ໃຫ້​ສະຖານະ​ການ​ສົບ​ສົນ​ກວ່າ​ເ​ກົ່າ​ແລະ​ຊຸດ​ຮ້າຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ