ຍານ​ອະວະກາດທ່ຽນ​ກົ່ງ​ເລກ​ໜຶ່ງ​ສຳ​ເລັດ​ການ​ປັບ​ວົງ​ໂຄຈອນ​ສອງ​ເທື່ອ

(GMT+08:00) 2011-11-19 14:26:16     cri
ເວ​ລາ 17 ​ໂມງ 22 ນາທີ​ຂອງ​ວັນ​ທີ 18 ພະຈິກ​ນີ້​ຕາມ​​ໂມງ​ວຽງ​ຈັນ, ພາຍ​ໃຕ້​ການ​ບັນຊາຂອງ​ສູນບັນຊາ​ການບິນ​ອະວະກາດ​ປັກ​ກິ່ງ, ຍານ​ອະວະກາດ​ທ່ຽນ​ກົ່ງ​ເລກ​ໜຶ່ງ​ໄດ້​ສຳ​ເລັດ​ການປັບວົງ​ໂຄ​ຈອນ​ສອງ​ເທື່ອ​ຢ່າງ​ສຳ​ເລັດ​ຜົນ, ລະດັບ​ຄວາມ​ສູງ​ຂອງ​ວົງ​ໂຄຈອນ​ຈາກ 337 ກິ​ໂລ​ແມັດສູງ​ຂຶ້ນ​ຮອດ 382 ກິ​ໂລ​ແມັດ, ​ໄດ້​​ເຂົ້າ​ໃນ​ວົງ​ໂຄຈອນ​ໝູນ​ເດີນ​ໄລຍະ​ຍາວ.
ຕາມ​ແຜນການ, ຍານ​ອະວະກາດ​ທ່ຽນ​ກົ່ງ​ເລກ​ໜຶ່ງ​ຈະ​ເຂົ້າ​ໃນ​ໄລຍະ​ໝູນ​ເດີນ​ໄລຍະ​ຍາວ​ແຕ່ວັນ​ທີ 19 ພະຈິກ​ນີ້​ເປັນ​ຕົ້ນ​ໄປ, ດຳ​ເນີນ​ການ​ທົດ​ລອງ ​ວິທະຍາສາດ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ