ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ຮັບ​ຮອງ​ມະ​ຕິ​ຕົກ​ລົງ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ດ້ວຍ​ຊ່ອງ​ທາງ​ສົນ​ທະ​ນາ

(GMT+08:00) 2011-11-19 14:28:51     cri
ວັນ​ທີ 18 ພະຈິກ​ນີ້, ກອງ​ປະຊຸມ​ສະພາ​ມົນຕີ​ອົງການ​ພະລັງງານ​ປະລະມານູ​ສາກົນ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນວຽນ​​ໄດ້​ຮັບຮອງ​ມະຕິ, ຕົກລົງກ່າວ​ເນັ້ນ​ວ່າ, ຈະ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານດ້ວຍການ​ສົນທະນາພາຍ​ໃຕ້​ຂອບ​ອົງການ​ພະລັງງານ​ປະລະມານູ​ສາກົນ.

ມະຕິ​ສະບັບ​ນີ້​​ແມ່ນຈີນ, ຝະຣັ່ງ, ​ເຢຍລະ​ມັນ, ຣັດ​ເຊຍ, ອັງກິດ​ແລະ​ອາ​ເມ​ລິ​ກາຮ່ວມ​ກັນ​ສະ​ເໜີ​ອອກ​ມາ, ​ໄດ້​ຮັບ 32 ສຽງ​ສະໜັບສະໜູນ​ຈາກ 35 ປະ​ເທດ​ສະມາຊິກ. ມະຕິ​ກ່າວ​ເນັ້ນ​ວ່າ​ຈະ​ສືບ​ຕໍ່​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ຕ່າງປະ​ເທດ, ຮຽກຮ້ອງ​ອີຣານດຳ​ເນີນ​ການ​ປຶກສາ​ຫາລື​ຢ່າງ​ຈິງ​ໃຈ​ແລະ​ບໍ່​ມີ​ເງື່ອນ​ໄຂ​ກັບ​ປະຊາ​ຄົມ​ໂລກ, ​ເພື່ອ​ຟື້ນ​ຟູ​ຄວາມ​ໝັ້ນ​ໃຈ​ຂອງ​ປະຊາ​ຄົມ​ໂລກ​ທີ່​ມີ​ຕໍ່​ລັກສະນະ​ສັນຕິພາບ​ຂອງ​ແຜນການ​ນິວ​ເຄຼຍອີຣານ, ພ້ອມ​ກັນ​ນັ້ນ, ກໍ່​ຮຽກຮ້ອງ​ໃຫ້​ອີຣານ​ເພີ່ມທະວີ​ການ​ຮ່ວມ​ມື​ກັບ​ອົງ​ການ​ພະລັງງານ​ປະລະມານູ​ສາກົນ, ອະທິບາຍ​ບັນຫາ​ທີ່​ຍັງ​ບໍ່​ຈະ​ແຈ້ງ​ເທື່ອ​ໃນ​ແຜນການ​ນິວ​ເຄຼຍຂອງ​ຕົນ​ໂດຍ​​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ