ຈີນສະ​ເໜີ​ໃຫ້​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ອີ​ຣານ​ດ້ວຍ​ການ​ສົນ​ທະ​ນາ

(GMT+08:00) 2011-11-19 14:31:39     cri
ວັນ​ທີ 18 ພະຈິກ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ເຊີງ​ຈີ້​ງ​ເຢ້ຍ, ຜູ້​ແທນຈີນ​ປະຈຳ​ສະຫະ​ປະຊາ​ຊາດ​​ແລະ​ອົງການ​ສາກົນ​ອື່ນໆທີ່​ນະຄອນວຽນ​ກ່າວ​ເນັ້ນ​ວ່າ, ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ແມ່ນ​ຊ່ອງ​ທາງອັນ​ຖືກ​ຕ້ອງ​ພຽງ​ໜຶ່ງ​ດຽວ​ໃນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານ​ຢ່າງ​ເໝາະ​ສົມ, ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ທຸກ​ຝ່າຍ.

ໃນ​ເວລາ​ກອງ​ປະຊຸມສະພາ​ມົນຕີ​ອົງການ​ພະລັງງານ​ປະລະມານູ​ສາກົນ​ພິຈາ​ລະນາ​ບັນຫາ​ນິວ​ເຄຼຍອີຣານ, ​ທ່ານ​ເຊີງ​ຈີ້​ງ​ເຢ້ຍ​ໄດ້ປະກອບ​ຄຳ​ຄິດ​ຄຳ​ເຫັນ​ວ່າ, ຈີນ​ເຫັນ​ວ່າ, ພາຍ​ໃຕ້​ສະຖານະ​ການ​ປະຈຸ​ບັນ, ຕັ້ງໜ້າ​ຊຸກ​ຍູ້​ການ​ສົນທະນາ​ແລະ​ການ​ເຈລະຈາ, ​ເດັດດ່ຽວສຸມ​ກຳລັງ​ເຂົ້າ​ໃນ​ການ​​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານ​ດ້ວຍ​ສັນຕິ​ວິທີ​​ແມ່ນ​ສຳຄັນ​ຫຼາຍ. ການ​ລົງ​ໂທດ​ຈົນ​ວ່າ​ການ​ໃຊ້​ກຳລັງ​ອາວຸດ​ລ້ວນ​ແຕ່​​ຈະແກ້​ໄຂ​ບັນຫາ​ຢ່າງ​ເຖິງ​ຖອງ​ບໍ່​ໄດ້, ຍັງ​ຈະ​ເຮັດ​ໃຫ້​ສະພາບ​ການ​ຮ້າຍ​ແຮງ​ຂຶ້ນ​ຕື່ມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ