ເຈົ້າ​ໜ້າ​ທີ່​ລັດຖະບານ​ລີ​ບີ​ປະກາດ​ວ່າ​ໄດ້​ຈັບ​ລູກ​ຊາຍ​ຜູ້​ທີ​ສອງ​ຂອງ​ທ່ານກັດ​ດາ​ຟີ

(GMT+08:00) 2011-11-20 13:45:25     cri
ວັນ​ທີ19​ພະຈິກ​ນີ້, ຢູ່​ຕຼິ​ໂປ​ລີ, ຄະນະ​ກຳມະການ​ແຫ່ງ​ຊາດ​ຊົ່ວຄາວ​ລີ​ບີ​ປະກາດ​ວ່າ, ​ເຈົ້າ​ໜ້າ​ທີ່ລັດຖະບານໄດ້​ຈັບ​ຕົວ​ທ້າວ​ເຊ​ອິຟ ອານ ອິສລາມ ກັດ​ດາ​ຟີ ລູກ​ຊາຍ​ຜູ້​ທີ​ສອງ​ຂອງທ່ານ​ກັດ​ດາ​ຟີ, ​ແລະ​ກ່າວ​ວ່າ, ທ້າວ​ເຊ​ອິຟຈະ​ຖືກ​ພິຈາລະນາ​ແລະ​ຕັດສິນ​ໃນ​ສານ​ຢ່າງ​ຍຸ​ດຕິ​ທຳ.

ຕາມ​ຂ່າວ​ແຈ້ງວ່າ, ທ້າວ​ເຊ​ອິຟຖືກ​ຈັບ​ຕົວ​ໃນ​ຕອນ​ທ່ຽງ​ຂອງມື້​ດຽວກັນ, ​ໃນ​ເວລາ​ຖືກ​ຈັບ​ຕົວ​ລາວ​ພວມ​ພະຍາ​ຍາມໜີ​ໄປ​ນີ​ເຊ​ພ້ອມດ້ວຍ​ຜູ້​ຕິດຕາມ​ຫຼາຍ​ຄົນ. ມື້​ດຽວ​ກັນ, ສານ​ອາຍາ​ສາກົນ​ທີ່​ຕັ້ງ​ຢູ່​ເມືອງ​ລາ​ໄຮຂອງ​ໂຮ​ນລັງ​ກໍ​ຢືນຢັນວ່າ​ທ້າວ​ເຊ​ອິຟຖືກ​ຈັບ​ຕົວ​ແລ້ວ.

ວັນ​ທີ19​ພະຈິກ​ນີ້, ທ່ານ​ອັບ​ເດ​ວ ຣາຮິມ ອານ ກິບ ປະທານ​ຄະນະ​ບໍລິ​ຫານ​ງານ​ຄະນະ​ກຳມະການ​ແຫ່ງ​ຊາດ​ຊົ່ວຄາວ​ລີ​ບີ​ກ່າວ​ວ່າ, ທ້າວ​ເຊ​ອິຟຈະ​ຖືກ​ພິຈາລະນາ​ຕັດສິນ​ດ້ວຍ​ຄວາມ​ເປັນທຳ, ທ່າ​ນຫວັງ​ວ່າ, ນີ້​ຈະ​ເປັນ​ເງື່ອນ​ໄຂ​ທີ່​ດີໃຫ້​ແກ່​ລີ​ບີ​ໃນ​ການ​ພັດທະນາສ້າງສາ​ຄືນ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ