ຈີນ​ໄດ້​ຍິງ​ສົ່ງ​ດາວ​ທຽມ​ສອງ​ດວງ​ດ້ວຍ​ຈະ​ຫຼວດລູກ​ດຽວຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2011-11-20 13:53:50     cri
ເວລາ8​ໂມງ15​ນາທີຂອງ​ວັນ​ທີ20​ພະຈິກ​ນີ້, ຢູ່​ສູນ​ຍິງ​ສົ່ງຈິ​ວສວນ, ຈີນ​ໄດ້​ໃຊ້​ຈະ​ຫຼວດ​ສາງ​ເຈິ່ງ​ເລກ​2D ຍິງ​ສົ່ງ​ດາວ​ທຽມ​ສອງ​ດວງ ຄື ດາວ​ທຽມ​ຊ້ວງຊິນ​ເລກ1ດາວ​ທີ3​ແລະ​ດາວ​ທຽມ​ທົດ​ລອງ​ເລກ4​ຂຶ້ນ​ສູ່​ອະວະກາດ​ຢ່າງ​ສຳ​ເລັດ​ຜົນ.

ດາວ​ທຽມ​ຊ້ວງຊິນ​ເລກ1​ດາວ​ທີ​3ຕົ້ນຕໍ​ຈະ​ມີ​​ໜ້າ​ທີ່​ເກັບ​ກຳ​ແລະ​ສົ່ງ​ຂໍ້​ມູນ​ຂອງ​ສະຖານີ​ຕິດຕາມ​ປະ​ເພດ​ຕ່າງໆ​ໃນ​ຂົງ​ເຂດ​ຊົນລະປະທານ, ສະພາບ​ນ້ຳ, ອຸຕຸນິຍົມ, ພະລັງງານ​ໄຟຟ້າ​ແລະ​ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ. ດາວ​ທຽມ​ທົດ​ລອງ​ເລກ4 ຕົ້ນຕໍ​ຈະ​ດຳ​ເນີນ​ການ​ທົດ​ລອງ​ດ້ານເຕັກນິກ​ອະວະກາດ​ແລະ​ກວດກາ​ດ້ານ​ສິ່ງ​ແວດ​ລ້ອມ.

ນີ້​ແມ່ນ​ຈະ​ຫຼວດຍິງ​ສົ່ງ​ລະບົບ​ສາງ​ເຈິ່ງຂອງ​ຈີນ​ປະຕິບັດໜ້າ​ທີ່ຍິງ​ສົ່ງ​ເທື່ອ​ທີ151​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ