ເຈົ້າໜ້າທີ່ທະຫານຕຳຫຼວດເອຢິບເກີດການປະທະກັນກັບຜູ້ປະທ້ວງ, ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ500ກວ່າຄົນ
(GMT+08:00) 2011-11-20 13:56:56 cri
ວັນທີ19ພະຈິກນີ້, ຢູ່ນະຄອນຫຼວງເລີແກຂອງເອຢິບ, ຜູ້ປະທ້ວງຫຼາຍຮ້ອຍຄົນໄດ້ປະທະກັນກັບເຈົ້າໜ້າທີ່ທະຫານຕຳຫຼວດເອຢິບ, ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ507ຄົນ. ປະຈຸບັນ, ເຈົ້າໜ້າທີ່ທະຫານຕຳຫຼວດໄດ້ຈັບກຸມຕົວຜູ້ປະທ້ວງ18ຄົນທີ່ຖືກສົງໄສສ້າງຄວາມວຸ້ນວາຍໃນຄັ້ງນີ້.
ເຈົ້າໜ້າທີ່ກະຊວງພາຍໃນເອຢິບກ່າວວ່າ, ທະຫານຕຳຫຼວດໄດ້ຮັກສາຄວາມອົດກັ້ນທີ່ສຸດຕໍ່ຜູ້ປະທ້ວງ, ທ່ານໄດ້ກ່າວປະນາມບາງຄົນທີ່ມີເຈດຕະນາສ້າງຄວາມວຸ້ນວາຍ, ເພື່ອທຳລາຍການເລືອກຕັ້ງສະພາທີ່ຈະຈັດຂຶ້ນໃນໄວໆນີ້, ແຕ່ທ່ານກ່າວວ່າ, ເຈົ້າໜ້າທີ່ທະຫານຕຳຫຼວດເອຢິບມີຄວາມສາມາດຮັບປະກັນໃຫ້ການເລືອກຕັ້ງສະພາດຳເນີນໄປດ້ວຍຄວາມສະຫງົບປອດໄພ.
ວັນທີ18ພະຈິກນີ້, ນະຄອນຫຼວງເລີແກແລະຫຼາຍຕົວເມືອງຂອງເອຢິບໄດ້ເກີດການປະທ້ວງທີ່ມີຫຼາຍໝື່ນຄົນເຂົ້າຮ່ວມ, ຜູ້ປະທ້ວງໄດ້ປະທ້ວງຕໍ່ເອກະສານລັກສະນະຫຼັກການລັດຖະທຳມະນູນ ທີ່ທ່ານອາລີ ເອວ ເຊວມີ ຮອງນາຍົກລັດຖະມົນຕີ ເປັນຜູ້ສະເໜີ, ຮຽກຮ້ອງໃຫ້ຄະນະກຳມະການສູງສຸດຂອງກອງທັບປະກອບອາວຸດມອບອຳນາດໂດຍໄວເທົ່າທີ່ຈະໄວໄດ້.