ຄະນະຜູ້ແທນຊາວໜຸ່ມກອມມູນິດຈີນເຂົ້າຢ້ຽມຂໍານັບເລຂາ ຊ ປ ປ ລາວ
(GMT+08:00) 2011-11-20 13:59:56 cri
ຕາມຂ່າວ CRI:ໃນຕອນແລງຂອງວັນທີ 19 ພະຈິກນີ້ ທີ່ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ. ຄະນະຜູ້ແທນັຊາວໜຸ່ມກອມມູນິດຈີນເຊິ່ງນຳໂດຍທ່ານ ລູ້ ຜິງ ຮອງເລຂາຄະນະຊາວໜຸ່ມກອມມູນິດຈີນແຂວງຍຸນນານ ໄດ້ຮັບກຽດເຂົ້າຢ້ຽມຂໍ່ານັບ ທ່ານ ດຣ ວິໄລວົງ ບຸດດາຄຳ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃນໂອກາດທີ່ຄະນະຊາວໜຸ່ມກອມມູນິດຈີນມາເຂົ້າຮ່ວມງານພົບປະມິດຕະພາບຊາວໜຸ່ມລາວ-ຈີນ ແຕ່ວັນທີ 19 – 24 ນີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນຄົບຮອບ 50 ປີ
ໃນໂອກາດດັ່ງກ່າວ,ຝ່າຍລາວກໍໄດ້ກ່າວຕ້ອນຮັບຢ່າງອົບອຸ່ນແລະໄດ້ແຈ້ງໃຫ້ຄະນະດັ່ງກ່າວຊາບກ່ຽວກັບຜົນສຳເລັດຂອງກອງປະຊຸມຊາວໜຸ່ມລາວທົ່ວປະເທດຄັ້ງທີ 6 ທີ່ຫາກໍ່ສຳເລັດຢ່າງຈົບງາມ. ພ້ອມດຽວກັນນີ້,ກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນກ່ຽວກັບທິດທາງໃນການແລກປ່ຽນບົດຮຽນແລະແຜນການຮ່ວມມືໃນອານະຄົດ.
ຄະນະຜູ້ແທນຈີນທີ່ມາເຂົ້າຮ່ວມງານພົບປະມິດຕະພາບ ຊາວໜຸ່ມລາວ-ຈີນ ໃນຄັ້ງນີ້ມີທັງໝົດເກືອບ 100 ສະຫາຍ.ໃນການມາຢ້ຽມຢາມແລະເຮັດວຽກຂອງຄະນະຜູ້ແທນຊາວໜຸ່ມຈີນໃນເທື່ອນີ້ ຈະຈັດໃຫ້ມີການເຄື່ອນໄຫວກິດຈະກຳຕ່າງໆເປັນຕົ້ນແມ່ນ: ຢ້ຽມຂໍ່ານັບການນຳແຂວງເປົ້າໝາຍ, ການສຳມະນາຫົວຂໍ້ວິທະຍາສາດ, ການແລກປ່ຽນວັດທະນາທຳຂອງສອງຊາດລາວ-ຈີນ, ຢ້ຽມຢາມສະຖານທີ່ທາງດ້ານມູນເຊື້ອປະຫວັດສາດ, ວັດຖຸບູຮານນະສະຖານແລະສະຖານທີ່ທ່ອງທ່ຽວຕ່າງໆຢູ່ນະຄອນຫຼວງວຽງຈັນ, ຫຼວງພະບາງ, ອຸດົມໄຊແລະຫຼວງນ້ຳທາ.