ກອງ​ປະຊຸມ​ສຳ​ມະ​ນາ​ຫົວ​ຂໍ້​ວິທະຍາສາດ​ຊາວໜຸ່ມລາວ - ຈີນ

(GMT+08:00) 2011-11-20 16:02:23     cri
ຕາມ​ຂ່າວ CRI: ໃນ​ວັນ​ທີ 20 ພະຈິກ​ນີ້ ທີ່​ນະຄອນຫຼວງວຽງຈັນ, ຄະນະ​ຊາວໜຸ່ມລາວ​-ຈີນ​ໄດ້​ຈັດ​ຕັ້ງ​ສຳ​ມະ​ນາ 2 ຫົວ​ຂໍ້​ວິທະຍາສາດ​ຄື: ການ​ຕິດ​ຕໍ່​ພົວພັນ​ທີ່​ດີກ​ວ່າ, ກໍ​ຈະ​ເຮັດ​ໃຫ້​ມີ​ການ​ຮ່ວມ​ມື​ທີ່​ດີກ​ວ່າ ​ແລະ ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ. ​ໃນ​ກອງ ປະຊຸມ​ໄດ້​ຮັບ​ກຽດ​ເປັນ​ປະທານ​ຮ່ວມ​ຈາກ​ສອງ​ຝ່າຍ ຊຶ່ງ​ຝ່າຍ​ລາວ​ນຳ​ໂດຍ ສະຫາຍ ອາ​ລຸນ​ໄຊ ສູນ​ນະລາດ, ​ເລຂາທິການ​ສູນ​ກາງ​ຊາວໜຸ່ມປະຊາຊົນ​ປະຕິວັດ​ລາວ ​ແລະ​ຝ່າຍ​ຈີນ ນໍາ​ໂດຍ ສະຫາຍ ລູ້ ຜິ​ງ ຫົວໜ້າຄະນະ​ຜູ້​ແທນ​ຝ່າຍ​ຈີນ ທັງ​ເປັນ​ຮອງ​ເລຂາ​ຄະນະ​ຊາວໜຸ່ມກອມ​ມູນິດ​ຈີນ ​ແຂວງ​ຢຸນນານຂອງ​ຈີນ, ມີ​ບັນດາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຈາກ​ກະຊວງ​ແລະ​ອົງການ​ອ້ອມ​ຂ້າງ​ສູນ​ກາງ ພ້ອມ​ທັງ​ຜູ້​ແທນ​ຊາວໜຸ່ມລາວ - ຈີນ​ທັງໝົດ 100 ກວ່າ​ສະຫາຍ​ເຂົ້າ​ຮ່ວມ.

ໃນ​ກອງ​ປະຊຸມ​ໄດ້​ມີ​ການ​ຄົ້ນຄວ້າ, ນຳ​ສະ​ເໜີ​ແລະ​ແລກປ່ຽນຄວາມ​ຄິດ​ເຫັນ​ຂອງ​ຊາວໜຸ່ມລາວ-​ຈີນ​ໃນ​ຫົວ​ຂໍ້​ດັ່ງກ່າວ​ໂດຍລົງ​ເລິກ​ຄວາມໝາຍ, ຄວາມ​ສຳຄັນ, ສະພາບ​ລວມ​ແລະ​ບັນຫາ​ການ​ປະຕິບັດ​ວຽກງານ​ທີ່​ຜ່ານ​ມາ, ນະ​​ໂຍບາຍ ມາດ​ຕະ​ຖານ​ບົດຮຽນ ຂອງ​ແຕ່ລະ​ຝ່າຍ​ແລະ​ຂໍ້​ສະ​ເໜີ​ໃນ​ການ​ຮ່ວມ​ມື​ນຳ​ກັນ​ຂອງ​ຊາວໜຸ່ມສອງ​ຊາດ​ລາວ-​ຈີນ, ​ໃນ​ການ​ກ່າວ​ເປີດ​ພິທີ​ຂອງ​ທ່ານ ​ອາ​ລຸນ​ໄຊ ສູນ​ນະລາດ, ທ່ານ​ກ່າວ​ວ່າ: ຫົວ​ຂໍ້​ວິທະ ຍາສາດ​ທີ່​ຊາວໜຸ່ມສອງ​ຊາດ​ລາວ​ຈີນ​ກຳນົດ​ໃຫ້​ມີ​ການ​ສຳ​ມະ​ນາ​ໃນ​ຄັ້ງ​ນີ້​ເຫັນ​ວ່າ​ເປັນ​ຫົວ​ຂໍ້​ແຫ່ງ​ຍຸກ​ສະ​​ໄໝ. ພ້ອມ​ດຽວກັນ​ຜູ້​ແທນ​ຊາວໜຸ່ມທັງ​ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ຄົ້ນ ຄວ້າ​ຢ່າງ​ກະຕືລື​ລົ້ນ​ແລະ​ຕັ້ງໜ້າປະກອບ​ຄຳ​ຄິດຄຳ​ເຫັນ​ຢ່າງ​ກວ້າງຂວາງ​ແລະ​ເລິກ​ເຊິ່ງ.

ຕໍ່ການ​ຈັດ​ງານ​ພົບ​ປະ​ມິ​ດຕະພາບ​ຊາ​ວໜຸ່ມລາວ​-ຈີນ ​ໃນ​ປີ​ນີ້​ແມ່ນ​ໄດ້​ຮັບໝາກ ຜົນສຳ​ເລັດ​ຕາມ​ລະດັບ​ຂີດໝາຍ ຊຶ່ງ​ເປັນ​ການ​ປະກອບສ່ວນ​ອັນ​ໃຫ່ຍຫຼວງ​ໃນ​ຂະ​ບວນການສະ​ເຫຼີມສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ລາວ​-ຈີນ ຄົບຮອບ 50 ປີ ທັງ​ເປັນ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ເສີມ​ຂະຫຍາ​ຍມິດຕະພາບ​ແລະ​ສາຍ​ພົວພັນ​ຮ່ວມ​ມື​ຕາມ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຍາວ​ນານ.

ພາຍຫຼັງສຳ​ເລັດ​ກອງ​ປະຊຸມ​ສຳມະ​ນາ​ແລະ​ການ​ຢ້ຽມຢາມ​ລາວ​ຂອງ​ຄະນະ​ຜູ້​ແທນ​ຊາ​ວໜຸ່ມຈີນ​ແລ້ວ ​ໃນ​ວັນ​ທີ 24 ພະຈິກ ຄະນະ​ຝ່າຍ​ລາວ​ຈະ​ໄດ້​ຈັດພິທີ​ສົ່ງ​ຄະນະ​ຜູ້​ແທນ​ຊາວໜຸ່ມຈີນ​ຜ່ານ​ດ່ານ​ບໍ່​ເຕັນ-​ບໍ່ຫານ​ຊາຍ​ແດນ​ລາວ-​ຈີນດ້ວຍ​ຄວາມ​ສະຫວັດດີ​ພາບ​ແລະ​ເຕັມ​ໄປ​ດ້ວຍ​ມິດຕະພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ