ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ6ອັດ​ລົງ

(GMT+08:00) 2011-11-20 14:20:28     cri

ວັນ​ທີ 19 ພະຈິກ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 6 ທີ່ດຳ​ເນີນ​ເປັນ​ເວລາ​ໜຶ່ງ​ມື້​ໄດ້​ອັດ​ລົງ​ຢູ່​ເກາະ​ບາ​ຫຼີ​ແຫ່ງ​ອິນ​ໂດ​ເນ​ເຊຍ. ທີ່​ປະຊຸມ​ກ່າວ​ເນັ້ນ​ວ່າ,ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຈະ​ສືບ​ຕໍ່​ຍຶດໝັ້ນ​ລັກສະນະ​ເວທີ​ປຶກສາ​ຫາລື​ຍຸດ​ທະ​ສາດ​ທີ່​ຖື​ຜູ່​ນຳ​ເປັນ​ຜູ່​ຊັກ​ນຳ, ຍຶດໝັ້ນ​ຖື​ອາ​ຊຽນ​ເປັນຜູ່​ນຳພາ, ຖື"ອາ​ຊຽນ+1" ​ແລະ "ອາ​ຊຽນ+3"​ເປັນ​ຊ່ອງ​ທາງ​ການ​ຮ່ວມ​ມື​ຫຼັກ.

ກອງ​ປະຊຸມ​ຊີ້​ອອກ​ວ່າ, ​ໂດຍ​ປະ​ເຊີນ​ໜ້າ​ກັບ​ສະພາບ​ການ​ຟື້ນ​ຕົວ​ຄືນ​ຂອງເສດຖະກິດ​ໂລກ​ຊ້າ​ລົງ ​ແລະ ​ບໍ່​ໝັ້ນ​ທ່ຽງ, ຄວນ​ຮັກສາທ່າອຽງ​ທີ່​ດີ​ໃນ​ການພັດທະນາ​ເສດຖະກິດອາຊີ​ຕາ​ເວັນ​ອອກ.

ກອງ​ປະຊຸມ​ຍັງ​ໄດ້​ຜ່ານ​ຮັບຮອງ​ຖະ​ແຫຼ​ງການ​ສອງ​ສະບັບ​ກ່ຽວ​ກັບຫຼັກການ​ການ​ພົວພັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າກັນ. ​ໃນ​ນັ້ນ, ຖະ​ແຫຼ​ງການ​ກ່ຽວ​ກັບ​ຫຼັກການ​ການ​ພົວພັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຈະ​ກາຍ​ເປັນ​ທິດຊັກ​ນຳ​ເພື່ອ​ຊຸກ​ຍູ້ ​ແລະ ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຂອງພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ