ຈີນ-​ອາ​ຊຽນອອກ​ຖະ​ແຫຼ​ງການ​ຮ່ວມ​ເພື່ອຈັດ​ຕັ້ງ​ປະຕິບັດ"ຖະ​ແຫຼ​ງການການ​ກະທຳຂອງ​ຝ່າຍ​ຕ່າງໆຢູ່​ທະ​ເລ​ຈີນ​ໃຕ້"

(GMT+08:00) 2011-11-20 14:38:58     cri

ກອງ​ປະຊຸມສຸດ​ຍອດ​ຈີນ-​ອາ​ຊຽນຄັ້ງ​ທີ 14 ​ໄດ້​ຈັດ​ຂຶ້ນ​ຢູ່ເກາະ​ບາ​ຫຼີ​ແຫ່ງ​ອິນ​ໂດ​ເນ​ເຊຍ​ໃນວັນ​ທີ 18 ພະຈິກ​ນີ້, ກອງ​ປະຊຸມ​ອອກ​ຖະ​ແຫຼ​ງການ​ຮ່ວມ​ເພື່ອ​ລະ​ລຶກການ​ພົວພັນປະ​ເທດຄູ່​ເຈລະຈາ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຄົບຮອບ 20 ປີ. ຖະ​ແຫຼງການ​ຂຽນ​ວ່າ, ຈີນ ກັບ ປະ​ເທ​ດອາ​ຊຽນ​ເດັດດ່ຽວ​ສຸມ​ກຳລັງ​ຈັດ​ຕັ້ງ​ປະຕິບັດ​ເຂົ້າ​ໃນ"ຖະ​ແຫຼ​ງການ​ການ​ກະທຳ​ຂອງຝ່າ​ຍຕ່າງໆ​ຢູ່ທະ​ເລ​ຈີນ​ໃຕ້"ຢ່າງ​ເຕັມທີ່ ​ແລະ ບັງ​ເກີ​ດຜົນ, ​ແລະ​ທຳ​ຄວາມ​ພະຍາຍາມ​ເພື່ອ​ຈັດລະບຽບ​​ການການ​ກະທຳ​ຢູ່ທະ​ເລ​ຈີນ​ໃຕ້ບົນ​ພື້ນຖານ​ທີ່​ປຶກສາ​ຫາລື​ເປັນ​ເອກະສັນ​ກັນ.

ຖະ​ແຫຼ​ງການ​ຊີ້​ອອກ​ວ່າ, ຝ່າຍ​ຕ່າງໆ​ຈະ​ເພິ່ມທະວີ​ຄວາມ​ປອດ​ໄພ​ທາງທະ​ເລ, ​ເຊິ່ງລວມທັງ​ຮັບປະກັນ​ເສລີພາບ​ໃນ​ການ​ຄ້າ​ ພ້ອມ​ທັງ​ຄວາມ​ປອດ​ໄພ​ໃນການ​ເດີນ​ເຮືອ ​ແລະ ຄົມມະ​ນາ​ຄົມ​ທາງ​ທະ​ເລ, ​ເພິ່ມທະວີ​ສັນຕິພາບ, ຄວາມ​ປອດ​ໄພ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຂອງ​ພາກ​ພື້ນ, ສຸມ​ກຳລັງ​ຜ່ານ​ການ​ສົນທະນາ ​ແລະ ປຶກສາ​ຫາລື​ກັນ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ, ບໍ່​ໃຊ້​ກຳລັງ​ອາວຸດ ຫຼື ຂົ່ມ​ຂູ່​ດ້ວຍ​ກຳລັງ​ອາວຸດ.

ຖະ​ແຫຼ​ງການຂຽນ​ວ່າ, ຈີນ​ຈະ​ສະ​ໜັບສະ​ໜູນ ​ແລະ ຮ່ວມ​ມື​ກັບ​ອາຊຽນຢ່າງ​ສະໜິດ​ແໜ້ນ ​ເພື່ອ​ບັນລຸປະຊາ​ຄົມອາ​ຊຽນທີ່​ປະກອບ​ດ້ວຍສາມ​ເສົາຄ້ຳ​​ໃນ​ປີ2015, ຄື,ປະຊາ​ຄົມ​ການ​ເມືອງ​ແລະ​ຄວາມ​ປອດ​ໄພ​ອາ​ຊຽນ, ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ແລະ ປະຊາ​ຄົມ​ວັດທະນະທຳ​ສັງຄົມ​ອາ​ຊຽນ. ຖະ​ແຫຼ​ງການ​ຍັງ​ຂຽນວ່າການ​ຮ່ວມ​ມື​ລະຫວ່າງ​ອາຊຽນກັບ​ຈີນ, ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ​ທີ່​ຖື​ອາ​ຊຽນ​ເປັນຜູ່​ນຳພານັ້ນ​ຈະ​ຍັງ​ແມ່ນ​ຊ່ອງ​ທາງ​ຕົ້ນຕໍ​ທີ່​ບັນລຸ​ເປົ້າ​ໝາຍ​ໄລຍະ​ຍາວ​ທີ່​ສ້າງ​ປະຊາ​ຄົມ​ອາ​ຊີ​ຕາ​ເວັນ​ອອກ, ດຳ​ເນີນ​ການ​ສົນທະນາ​ກັນ ​ແລະ ການ​ຮ່ວມ​ມື​ໃນ​ບັນຫາ​ຍຸດ​ທະ​ສາດ,ການ​ເມືອງ,​ເສດຖະກິດ​ທີ່​ສົນ​ໃຈ​ຮ່ວມ​ກັນ ​ແລະ ​ເອົາ​ໃຈ​ໃສ່​ຢ່າງ​ກວ້າງ​ຂວາງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ