ນາຍົກ​ຈີນ​ກ່າວ​​ເນັ້ນ​ວ່າ​ຄວາມຂັດ​ແຍ່ງ​ທາງທະ​ເລ​ຈີນ​ໃຕ້​ຄວນ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ຫາລື​ເຈລະຈາ​ແກ້​ໄຂ​ໂດຍ​ກົງ

(GMT+08:00) 2011-11-20 14:45:34     cri

ວັນ​ທີ 19 ພະຈິກ​ນີ້, ທ່າ​ນ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນທີ່​​​​ເດີນທາງໄປ​ເກາະ​ບາ​ຫຼີ​ແຫ່ງ​ອິນ​ໂດ​ເນ​ເຊຍ​​ເພື່ອເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 6 ກ່າວ​ວ່າ, ຄວາມ​ຂັດ​ແຍ່ງ​ທາງທະ​ເລ​ຈີນ​ໃຕ້​ຄວນ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ນັ້ນ​ຜ່ານ​ການຫາລື​ເຈລະຈາ​ທີ່​ມີ​ໄມ​ຕີ​ຈິດມິດຕະພາບ,ແກ້​ໄຂ​ດ້ວຍ​ສັນຕິ​ວິທີ, ນີ້​ແມ່ນຄວາມ​ຮັບ​ຮູ້​ຄື​ກັນ​ຂອງ" ​ຖະ​ແຫຼ​ງການ​ການ​ກະທຳ​ຂອງຝ່າຍ​ຕ່າງ​ໆ​ຢູ່ທະ​ເລ​ຈີນ​ໃຕ້".

ໃນ​ກອງປະຊຸມ​ສຸດ​ຍອດ​ຂອງ​ມື້​ດຽວ​ກັນ ,ທ່ານ​ເວີນ​ເຈຍ​ປາວ​ກ່າວ​ວ່າ, ຫຼັກ​ໝັ້ນ​ແລະຈຸດ​ຢືນ​ອັນ​ພື້ນຖານກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ຂອງ​ຈີນ​ແມ່ນ​ຈະແຈ້ງ ​ມາ​ໂດຍ​ຕະ​ຫຼອດ. ປີ2002, ຈີນ​ ກັບ ປະ​ເທດ​ອາ​ຊຽນ​ໄດ້​ເຊັນ"​ຖະ​ແຫຼ​ງການ​ການ​ກະທຳ​ຂອງຝ່າຍ​ຕ່າງ​ໆ​ຢູ່ທະ​ເລ​ຈີນ​ໃຕ້", ຕົກລົງ​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ,​ແລະ​ທຳ​ຄວາມ​ພະຍາຍາມ​ເພື່ອ​ໃຫ້"ລະບຽບ​ການ​ການກະທຳຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້"ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ໃນ​ທີ່​ສຸດ. ນີ້​ແມ່ນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ປະ​ເທ​ດອາ​ຊຽນ ​ແລະ ຈີນ. ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ສາມາດຖືພາ​ກສ່ວນ​ໃຫຍ່​ແຫ່ງ​ການ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາ​ກພື້ນ​ເປັນ​​ສຳຄັນ, ​ເຮັດ​ວຽກ​ງານ​ທີ່​ເພິ່ມທະວີຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ​ ​ແລະ ຊຸກຍູ້​ການ​ຮ່ວມ​ມື​​ໃຫ້​ຫຼາຍ​ຂຶ້ນກວ່​າ​ເກົ່າ.

ທ່າ​ນ​ເວີນ​ເຈຍ​ປາວ​ກ່າວ​ວ່າ, ການ​ບັນລຸ​ຄວາມ​ໝັ້ນຄົງ​ອັນ​ຍາວ​ນານ​ຂອງ​ອາຊີ​ຕາ​ເວັນ​ອອກ​ແມ່ນ​ຄວາມ​ປະຖະ​ໜາ​ຮ່ວມ​ຂອງ​ຫຼາຍຄົນ​ ​ແລະ ທ່າ​ອຽງໃຫຍ່​ທີ່​ຕ້ອງ​ເປັນ​ໄປ. ປະ​ເທ​ດອາຊີ​ຕາ​ເວັນ​ອອກ​ມີສະຕິ​ປັນຍາສະ​ຫຼາດສະຫຼຽວ ສາມາດ​ແກ້​ໄຂບັນຫາທີ່​ຄົງຄ້າງ​ໃນ​ປະຫວັດສາດ​ໄດ້​ຢ່າງ​ເໝາະ​ສົມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ