ລັດຖະບານຊີ​ຣີຈັບ​ຕົວຜູ່​ປະກອບ​ອາວຸດ 58 ຄົນ ທີ່​ຖືກ​ກວ່ວ່າ​ເປັນ​ຜູ່​ຫຼອນ​ໂຈມ​ຕີ​ຕໍ່​ສິ່ງ​ກໍ່ສ້າງ

(GMT+08:00) 2011-11-21 15:19:54     cri

ຕາມ​ຂ່າວ​ຈາກ​ສຳນັກ​ຂ່າວສານ​ທາງ​ການ​ຂອງລັດຖະບານ​ຊີຣີລາຍ​ງານ​ວ່າ:ວັນ​ທີ20 ພະຈິກ​ນີ້,ລັດຖະບານຊີຣີໄດ້​ຈັບ​ຕົວ​ຜູ່​ປະກອບ​ອາວຸດ 58 ຄົນຢູ່​​​ແຂວງ​ໂຮ​ມູ໌ ທາງ​ພາກ​ກາງ​ແລະ​ແຫ່ງ​ອື່ນໆ​ຂອງ​ຊີຣີ.


ຕາມຂ່າວ​ລາຍ​ງານ​ວ່າ,ນັບ​ແຕ່​ອາທິດ​ແລ້ວ​ນີ້​ເປັນ​ຕົ້ນ​ມາ,ລັດຖະບານ​ຊີຣີ​ໄດ້​ຈັບຜູ່​ໂຈມ​ຕີ​ຕຶກ​ອາຄານ​​ຂອງ​ລັດຖະບານແລະ​ສິ່ງ​ກໍ່ສ້າງ​ທາງ​ການ​ທະຫານຫຼາຍ​ສິບ​ຄົນ.ຜູ່​ປະກອບ​ອາວຸດ​ເຫຼົ່າ​ນີ້​ຖືກ​ກ່າວ​ວ່າ​ເປັນ​ກຸ່ມ​ທີ່​​ເຮັດ​ໃຫ້​​ປະຊາຊົນຈຳນວນ​ຫນຶ່ງພ້ອມ​ດ້ວຍ ເຈົ້າ​ຫນ້າ​ທີ່ຮັກສາຄວາມ​ປອດ​ໄພ​ຂອງ​ລັດຖະບານ​ແລະ​ຕຳ​ຫຼວດຖືກ​ສັງຫານ​ໃນ​​ເວລາ​ເດີນຂະ​ບວນ​​ປະ​ທ້ວງຂະຫນາດ​ໃຫຍ່​ທີ່​ເກີດ​ຂຶ້ນ​ຢູ່​​ແຫ່ງ​ນີ້​​ແລະເຫດການ​ຄວາມ​ຮຸນ​ແຮງທີ່​ເກີດ​ຂຶ້ນຕາມ​ມາ.

ວັນ​ທີ20 ພະຈິກ​ນີ້,ຝ່າຍ​ຄ້ານ​ຂອງ​ຊີ​ຣີ​ໄດ້​ຮຽກຮ້ອງ​ໃຫ້​ຢຸດຕິ​ການ​ເຄື່ອນ​ໄຫວ​ທຸກຄວາມ​ຮຸນ​ແຮງ​ຢູ່ພາຍ​ໃນ​ປະ​ເທດ​ໂດຍ​ທັນທີ,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ສະຖານະ​ການ​ຊີຣີ​ເກີດ​ຄວາມວຸ້ນວາຍ​ປັ່ນ​ປ່ວນຕື່ມ​ອີກ,​​ແລະຕົກ​ຢູ່​ໃນ​ກົນອຸບ​ບາຍ​ຈາກພາຍ​ນອກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ