ຝ່າຍຕຳຫຼວດໄທ​ໄດ້ຈັດ​ວາງ​ກຳລັງ​ເພື່ອ​ຮັບ​ມື​ກັບການ​ໂຮມ​ຊຸມນຸມຂອງ"ກຸ່ມເສື້ອ​ເຫຼືອງ"

(GMT+08:00) 2011-11-21 15:47:57     cri

ຕາມ​ຂ່າ​ວສານ​ຈີນ​ລາຍ​ງານ​ວ່າ:ວັນ​ທີ20 ພະຈິກ​ນີ້,​ເຈົ້າ​ຫນ້າ​ທີ່​ຕຳຫຼວດ​ໄທ​ກ່າວ​ວ່າ,ຈະຈັດ​ວາງກຳລັງ​ຕຳຫຼວດ​ສອງກອງຮ້ອຍ​​ເພື່ອຮັກສາ​ຄວາມ​ປອດ​ໄພຢູ່​ບໍລິ​ເວນ​​ອ້ອມ​ແອ້ມ​ຂອງ​ທຳນຽບນາຍົກລັດຖະມົນຕີ,​ເພື່ອ​ຮັບປະກັນ​ຄວາມ​ລະບຽບ​ຮຽບຮ້ອຍ​​ໃນການ​ໂຮມຊຸມນຸມ​ຂອງ"ກຸ່ມ​ພັນທະ​ມິດ​ປະຊາຊົນ​ເພື່ອ​ປະຊາທິປະ​ໄຕ​ຫຼື​ກຸ່ມເສື້ອ​ເຫຼືອງ"​ທີ່​ຈັດ​ຂຶ້ນໃນ​ວັນ​ທີ​ 21 ພະ​ຈິກ​ນີ້.

ຕຳຫຼວດ​ກ່າວ​ວ່າ,ຄາດ​ວ່າ​ຈະ​ມີ​ຜູ່​ສະຫນັບສະຫນູນ​ຂອງ"ກຸ່ມເສື້ອ​ເຫຼືອງ"ປະມານ1000 ຄົນ​ເຂົ້າ​ຮ່ວມ​ການ​​ໂຮມຊຸມນຸມ​ໃນຄັ້ງ​ນີ້,ປະຈຸ​ບັນ​ນີ້,ຍັງ​ບໍ່​ໄດ້​ພົບ​ເຫັນ​ປະກົດ​ການ​ທີ່​ອາດ​ຈະ​ພາ​ໃຫ້ເກີດ​ເຫດການ​ປະ​ທະ​ກັນ​ດ້ວຍ​ຄວາມ​ຮຸນ​ແຮງ.


   ກ່ອນ​ຫນ້​ານີ້,"ກຸ່ມ​ເສື້ອ​ເຫຼືອງ"ກ່າວ​ວ່າ, ​ຈະ​ໂຮມ​ຊຸມນຸມ​ໃນ​ວັນ​ທີ21 ພະ​ຈິກນີ້,​ ​​ເພື່ອຄັດຄ້ານລັດຖະບານ​ຫວັງຢາກ​ຮັບຮອງກົດ​ຫມາຍ​ສະບັບ​ຫນຶ່ງ​ເພື່ອ​ຂໍພະຣາຊະ​ໂອງການນິລະ​ໂທດ​ຈາກພະ​ບໍລົມ​ມະ​ວົງສາ​ນຸວົງ ​​​ເພື່ອ​ເຮັດ​ໃຫ້​ທ່ານ​ທັກສິນ ຊິນນະ​ວັດ,ອະດີດ​ນາຍົກລັດຖະມົນຕີ​ໄດ້​ຮັບ​ນິລະ​ໂທດ.ການ​​ໂຮມ​ຊຸມນຸມ​​ໃນ​ຄັ້ງ​ນີ້​ຈະ​ໄດ້​​ເລີ່​ມ​ດຳ​ເນີນ​ໃນ​ເວລາ 10 ​ໂມງ​ຕອນ​ເຊົ້າ​ແລະ​ຈະ​ສິ້ນສຸດ​ລົງ​ໃນ​​ເວລາ 18 ​ໂມງຂອງມື້​ດຽວ​ກັນ.  ວັນ​ທີ 20 ພະຈິກ​ນີ້,ທ່ານ​ທັກສິນ ຊິນນະ​ວັດ,ອະດີດ​ນາຍົກລັດ​ຖະມົນຕີ​ໄທ​ໄດ້​ອອກ​ຖະ​ແຫຼ​ງການ​ທາງ​ລາຍ​ລັກ​ອັກສອນສະບັບ​ຫນຶ່ງ​ໂດຍ​ຜ່ານ​ທີ່​ປຶກສາ​ທາງ​ດ້ານ​ກົດຫມາຍ​ຂອງ​ທ່ານ​ວ່າ:​,ທ່ານ​ຈະ​ບໍ່​ຮັບ​ເອົາ​ຜົນ​ປະ​​ໂຫຍດຕ່າງໆ​ຈາກ​ພະຣາຊະ​ໂອງການນິ​ລະ​ໂທດ​ຂອງພະ​ບໍລົມ​ມະ​ວົງສາ​ນຸວົງຂອງ​ໄທ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ