ປະທານາທິບໍດີຟີ​ລິບ​ປິນກ່າວ​ວ່າ ທ່ານ​ນາງ​ອາ​ໂຣ​ໂຢສາມາດ​​ແກ້​ຂໍ້​ກ່າວ​ຫາ​ຢ່າງ​ເປັນທຳ​ໃນ​ສານ

(GMT+08:00) 2011-11-21 17:34:33     cri
ວັນ​ທີ21ພະຈິກ​ນີ້, ໜັງສືພິມ​ລຽນ​ເຮີ​ຈາວ​ປ້າວຂອງ​ສິງ​ກະ​ໂປ​ລາຍ​ງານ​ວ່າ, ຫວ່າງ​ມໍ່ໆນີ້, ຫຼັງ​ຈາກ​ທ່ານນາງກໍຼ​ເຣຍມາ​ຄາປາ​ການ ອາ​ໂຣ​ໂຢ,ອະດີດປະທານາທິບໍ​ຟີ​ລິບ​ປິນຖືກກ່າວ​ຫາ​ວ່າ​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ, ທ່ານ​ເບນິກ​ໂນ ອາ​ກີໂນ 3,ປະທານາທິບໍດີ​ກ່າວ​ເນັ້ນ​ວ່າ, ​ທ່ານນາງອາ​ໂຣ​ໂຢຈະ​ມີ​ໂອກາດ​​ແກ້​ຂໍ້​ກ່າວ​ຫາ​ຢ່າງເປັນ​ທຳໃນ​ສານ. ທ່ານ​ກ່າວ​ວ່າ, ອຳນາດ​ການ​ປົກຄອງ​ໃນ​ປະຈຸ​ບັນ​ຕ້ອງສື​ບຫາການ​ກະທຳ​ທີ່​ຜິດ​ກົດໝາຍ​​ໃນ​ການ​ທຳລາຍການ​ເລືອກ​ຕັ້ງ,ຖ້າ​ບໍ່​ດັ່ງ​ນັ້ນ,ຈະ​ຍຸ​ແຍ່​ຜູ້​ອື່ນກະທຳ​ຜິດ​ກົດໝາຍ.

​ໃນ​ເວລາ​ທ່ານ​ອາ​ກີ​ໂນລົງ​ສະໝັກ​ເຂົ້າ​ຮ່ວມ​ການ​​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ໃນ​ປີ2010,ທ່ານ​ໄດ້​ເລືອກ​ເອົາການ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ເປັນ​ໂຄງການການ​ເມືອງ​​ໃນ​ການ​ລົງ​ສະໝັກ​ເຂົ້າຮ່ວມການ​ເລືອກ​ຕັ້ງ,ຍັງ​ປະຕິຍານ​ຕົວ​ວ່າ​ຈະສືບສວນ​ການ​ກ່າວ​ຫາ​ທີ່​ມີ​ຕໍ່​ທ່ານ​ນາງ​ອາ​ໂຣ​ໂຢ​ໃນ​ດ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ​ຕອນ​ຄ່ຳ​ວັນ​ທີ19ພະຈິກ​ນີ້,ໃນ​ເວລາ​ທ່ານ​ອາ​ກີ​ໂນເດີນທາງ​ຈາກ​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ​ກັບ​ຄືນ​ຮອດນະ​ຄອນ​ຫຼວງ​ມາ​ນີລາ​ຂອງ​ຟີ​ລິ​ບປິນ​,ທ່ານ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: "ທ່ານ​ນາງອາ​ໂຣ​ໂຢຈະ​ມີ​ໂອກາດ​ແກ້ຂໍ້​ກ່າວ​ຫາ​ດ້ວຍ​ຕົນ​ເອງ​ຢ່າງ​ເປັນ​ທຳ​ໃນ​ສານ.ນີ້​ແມ່ນ​ສິດ​ຂອງ​ປະຊາຊົນ​ຟີ​ລິບ​ປິນໝົດ​ທຸກ​ຄົນ. ​ໃນ​ໄລຍະການ​​ໄຕ່ສວນ,ໝົດ​ທຸກ​ຄົນ​ສະ​ເໝີ​ພາບ​ກັນ."

ທ່ານ​ນາງອາ​ໂຣ​ໂຢ​​ໄດ້​ດຳລົງ​ຕຳ​ແໜ່​ງ​ເປັນປະທານາທິບໍດີ​ຟີ​ລິບ​ປິນ2ສະ​ໄໝ​ແຕ່ປີ2001ຫາ​ປີ2010,​ໄດ້​ປະຕິ​ເສດ​ໂດຍ​ຕະຫຼອດ​ຕໍ່ການ​ກ່າວຫາ​ວ່າ​ທີ່​ສ່ວນກ່ຽວ​ພັນ​ເຖິງ​ເຫດການ​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ​​ໄລຍະ​ກາງ​ປີ2007. ພາຍຫຼັງ​ນາງ​ຖືກ​ຂັດຂວາງ​ໃນ​ຂະນະ​ທີ່​ກຽມ​ຂີ່​ຍົນ​ອອກ​ຈາກ​ຟີ​ລິບ​ປິນ​ເພື່ອ​ໄປ​ປິ່ນປົວ​ຢູ່​ຕ່າງປະ​ເທດ​ໃນ​ຕອນ​ຄ່ຳ​ວັນ​ທີ15ພະຈິກ​ຜ່ານ​ມາ​ແລະ​ໄດ້​ເຂົ້າ​ນອນ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ແຫ່ງ​ໜຶ່ງ​ຢູ່ນະຄອນຫຼວງ​ມາ​ນີລາ,ຕໍ່​ມາ​ຕຳຫຼວດ​ໄດ້​ຈັບ​ຕົວ​ນາງ​ຢູ່​ໃນ​ໂຮງ​ໝໍ​ແຫ່ງ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ