ນາຍົກ​ຈີນ​ພົບ​ປະ​ເຈລະຈາ​ກັບເຈົ້າ​ຊຸນ​ຕານ​ຂອງ​ບຣູ​ໄນ

(GMT+08:00) 2011-11-21 17:37:51     cri
ວັນ​ທີ21ພະຈິກ​ນີ້, ທ່ານ​ເວີ່ນ​ເຈ່ຍ​ປາວ,ນາຍົກລັດຖະ​ມົນຕີ​ຈີນ​ທີ່​ໄປ​ຢ້ຽມຢາມ​ບຣູ​ໄນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານຮາ​ສນານ ​ໂບນ​ເກ​ຍ,​ເຈົ້າ​ຊຸນ​ຕານຂອງ​ບຣູ​ໄນ,ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັນ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ໃນ​ຂົງ​ເຂດ​ຕ່າງໆ​ແລະ​ບັນຫາອື່ນໆ​ທີ່​ສອງ​ຝ່າຍ​ມີ​ຄວາ​ມສົນ​ໃຈ​ຮ່ວມກັນ​.

ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,​ໃນ​ຖານະ​ເປັນ​ນາຍົກລັດຖະ​ມົນຕີ​ຂອງ​ຈີນ​ຄົນ​ທຳ​ອິດ​ທີ່​ໄປ​ຢ້ຽມຢາມ​ບຣູ​ໄນ,ທ່ານ​ໄດ້​ນຳ​ເອົາໄມຕີ​ຈິດມິດຕະພາບ​ຂອງ​ປະຊາຊົນ​ຈີນ​ມາ​ໃຫ້​ແກ່​ປະຊາຊົນ​ບຣູ​ໄນ,​ແລະ​ນຳ​ເອົາ​ຄວາມ​ໝັ້ນ​ໃຈ​ທີ່​ເດັດຂາດ​ຂອງ​ລັດຖະບານ​ຈີນ​ໃນ​ການຕັ້ງໜ້າ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມືຖານ​ບ້ານ​ໃກ້​ເຮືອນຄຽງ​ລະຫວ່າງ​ຈີນ-ບຣູ​ໄນ​,ທ່ານ​ເຊື່ອ​ວ່າ,ສອງ​ຝ່າຍ​ຈະ​ສາມາດ​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ຢ່າງ​ກວ້າງຂວາງ​ໄດ້​ໃນ​ການ​ເຈລະຈາ,ຊຸກຍູ້​ໃຫ້ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໄດ້ຮັບ​ຄວາມ​ຄື​ບໜ້າ​ອັນ​ໃຫຍ່​ຫຼວງ​ກວ່າ​ເກົ່າ.

ທ່ານຮາ​ສນານ ​​ໂບ​ເກ​ຍກ່າວ​ວ່າ,ການ​ຢ້ຽມຢາມ​ຂອງ​ທ່ານນາຍົກລັດຖະມົນຕີ​ເວີ່ນ​ເຈ່ຍ​ປາວ​ເທື່ອ​ນີ້​ຍ່ອມ​ຈະ​​ເປັນ​ການລົງ​ເລິກ​ແລະ​​ເປີດ​ກວ້າງ​ການ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ລະ​ຫວ່າງ​ບຣູ​ໄນ​ກັບ​ຈີນ. ​ໂດຍ​ສະ​ເພາະ​ແມ່ນ​ຊຸກຍູ້​ການ​​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັນທາງ​ດ້ານຕ່າງໆ​ໃນ​ປີ​ນີ້​ຕື່ມ​ອີກ​ ຊຶ່ງ​ເປັນ "ປີ​​ແຫ່ງ​​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ບຣູ​ໄນ-ຈີນ".

ຂ່າວ​ແຈ້ງວ່າ,ຫຼັງ​ຈາກ​ກາ​ນພົບ​ປະ​ເຈລະຈາ​ແລ້ວ,ສອງ​ຝ່າຍ​​ໄດ້​ເຊັນ​ເອກະສານ​​ຮ່ວມ​ມື​ຫຼາຍ​ສະບັບທີ່​ມີ​ເນື້ອ​ໃນ​ກວມ​ເຖິງ​ຫຼາຍ​ຂົງ​ເຂດ,​ເຊັ່ນ: ພະລັງງານ,ຂະ​ແໜງ​ການ​ປ່າ​ໄມ້,ສາທາລະນະ​ສຸກ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ