ບັນຫາ​ທະ​ເລ​ຈີນ​ໃຕ້​ໃຫ້ປະ​ເທດ​ທີ່​ກ່ຽວຂ້ອງ​ປຶກສາ​ຫາລືກັນ​ແລະ​​ແກ້​ໄຂຈຶ່ງ​ສອດຄ່ອງ​ກັບຮີດ​ສາກົນ

(GMT+08:00) 2011-11-21 19:16:51     cri
ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ6ທີ່​ອັດ​ລົງ​ໃນ​ຫວ່າງ​ມໍ່ໆ​ນີ້, ​ເຖິງ​ວ່າ​ບັນຫາ​ທະ​ເລ​ຈີນ​ໃຕ້​ບໍ່​ໄດ້​ເຂົ້າ​ເປັນວາລະ​ປະຊຸມຢ່າງ​ເປັນ​ທາງ​ການ​ຂອງ​ກອງ​ປະຊຸມ​ກໍ່​ຕາມ,ແຕ່​ໃນ​​ເວລາ​ເວົ້າ​ເຖິງບັນຫາ​ທະ​ເລ​ຈີນ​ໃຕ້, ທ່ານ​ເວີ່ນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນ​ໄດ້​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຈີນ​ຢ່າງ​ຈະ​ແຈ້ງວ່າ: ຄວາມ​ຂັດ​ແຍ່ງ​ກັນຢູ່​ທະ​ເລ​ຈີນ​ໃຕ້​ຄວນ​ໃຫ້ປະ​ເທດ​ອະທິປະ​ໄຕ​ທີ່ພົວພັນ​​ໂດຍ​ກົງ​ແກ້​ໄຂດ້ວຍສັນຕິ​ວິທີ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ແລະ​ການ​ເຈລະຈາ​ຢ່າງມີ​ໄມຕີ​ຈິດ​ມິດຕະພາບ.

ທີ່​ຈິງ​ແລ້ວ,​ໃນ​ປີ2002,ຢູ່​ລະຫວ່າງຈີນ​ກັບ​ອາຊຽນ​ກໍ່ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່ທະ​ເລ​ຈີນ​ໃຕ້​,​​​ແລະ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ແກ້​ໄຂຄວາມ​ຂັດ​ແຍ່ງ​ຢູ່​ທະ​ເລ​ຈີນ​ໃຕ້. ​ໃນ​ເດືອນ​ກໍລະກົດຂອງ​ປີ2011,​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​​ເຂັມທິດ​ຊີ້​ນຳ​ໃນ​ຖະ​ແຫຼ​ງການ. ນີ້​ສະ​ແດ​ງ​ໃຫ້​ເຫັນ​ວ່າ,​ກ່ຽວ​ກັບຄວາມ​ຂັດ​ແຍ່ງ​ກັນ​ຢູ່​ທະ​ເລ​ຈີນ​ໃຕ້,ປະ​ເທດ​ທີ່​ກ່ຽວຂ້ອງ​ມີ​ຄວາມ​ສາມາດ,ມີ​ສະຕິ​ປັນຍາ,ກໍ່​ມີ​ຄວາມ​ໝຸ່ງຫວັງ​ຮ່ວມ​ກັນ​ປຶກສາ​ຫາລືເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​​. ປະ​ເທດ​ທີ່​ກ່ຽວຂ້ອງທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ​ດຳ​ເນີນ​ການປຶກສາ​ຫາລື​ກັນ​​ແກ້​ໄຂ​ບັນຫາ​ແມ່ນ​ວິທີ​ໃຊ້​ທົ່ວ​ໄປ​ແລະ​ເລື້ອຍໆ​ໃນ​ການ​ແກ້​ໄຂ​ແລະ​ປັບປຸງ​ການ​ພົວພັນ​ລະຫວ່າງ​ຊາດ​ໂດຍ​ບໍ່​ຕ້ອງ​ສົງ​ໄສ,ກໍ່​ແມ່ນວິທີ​ທີ່​ປະຊາ​ຄົມ​ໂລກ​ເຫັນ​ດີ​ນຳ​ທີ່​ສຸດ. ບັນຫາທີ່​ຄ້າງ​ຄາລະຫວ່າງ​ຈີນ​ກັບປະ​ເທດ​ທີ່​ກ່ຽວຂ້ອງ​​ໃນອາ​ຊຽນ,ຄວນ​​ແມ່ນ​ປະ​ເທດ​ທີ່​ກ່ຽວຂ້ອງ​​​ແກ້​ໄຂ​ໂດຍ​ຜ່ານ​ການ​ເຈລະຈາ. ປະ​ເທດ​ຢູ່ນອກ​ພາກ​ພື້ນ​ເຂົ້າ​ມາ​ແຊກ​ແຊງ,ມີ​ແຕ່​ຈະ​​ເຮັດ​ໃຫ້​ສະພາບ​ທີ່​ບໍ່​ໝັ້ນ​ທ່ຽງ​ເກີດ​ຂຶ້ນ​ໃໝ່,ບັນຫາ​ສັບສົນ​ກວ່າ​ເກົ່າ,​ແກ້​ໄຂ​ໃຫ້​ຕົກ​ຍາກ​ກວ່າ​ເກົ່າ.

ປີ​ນີ້​ແມ່ນ​ການ​ສ້າງການ​ພົວພັນປະ​ເທດ​ຄູ່​​ເຈລະຈາລະຫວ່າງ​ຈີນ​ກັບ​ອາ​ຊຽນຄົບຮອບ20ປີ. ​ໃນ20ປີຜ່ານມາ,ກົນ​ໄກ​ສົນທະນານີ້​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ການ​ພົວພັນຄູ່​ລະຫວ່າງ​ຈີນ​ກັບ​ອາ​ຊຽນໄດ້​ຍົກ​ສູງ​ຈາກລະດັບ "​ຄູ່​ເຈລະຈາ"ຂຶ້ນ​ເປັນລະດັບ "ຄູ່ຍຸດ​ທະ​ສາດ"​. ຈີນ​ກັບ​ອາ​ຊຽນຮ່ວມ​ມື​ກັນ​​ເປັນ​ເວລາ​ຍາວ​ນານ, ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ສັນຕິພາບ,ສະ​ຖຽນລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ. ​ໃນ​ກອງ​ປະຊຸມສຸດ​ຍອດອາ​ຊຽນຈີນທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ນີ້, ທ່ານ​ເວີ່ນ​ເຈ່ຍ​ປາວ,ນາຍົກລັດຖະມົນຕີຈີນ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມ6ຂໍ້​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ,​ໃນ​ນັ້ນ,ຂໍ້​ທີ4​ໄດ້ກ່າວ​ເຖິງ​ຫຼັກ​ໝັ້ນ​ອັນຈະ​ແຈ້ງ​ຂອງ​ຈີນ​ອີກ​ເທື່ອ​ໜຶ່ງ​ໃນ​ການ​ດຳ​​​ເນີນ​ການ​ຮ່ວມ​ມືທາງທະ​ເລ​ກັບປະ​ເທດ​ທີ່​ກ່ຽວຂ້ອງ​ໃນ​ອາ​ຊຽນ,ຜ່ານ​ການ​ຮ່ວມ​ມື​​ເປີດ​ກວ້າງ​ຄວາມ​ເຫັນ​ທີ່ເປັນ​ເອກະສັນ​ກັນ​ແລະ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ,​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໃນຂະ​ບວນການ​ການ​ຮ່ວມ​ມື.

ຄວາມ​ຈິງ​ໃຈ​ແລະ​ຄວາມ​ເຈດ​ຕະນາ​ດີຂອງລັດຖະບານ​ແລະ​ປະຊາຊົນຈີນ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ແລະຍ້ອງຍໍ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ. ຜູ້ນຳ​ຂອງບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຂໍ້​ລິ​ເລີ່​ມທີ່​ທ່ານ​ເວີ່ນ​ເຈ່ຍ​ປາວ​ສະ​​ເໜີ​ອອກມາ,ຍິນ​ດີ​ຮ່ວມກັບ​ຈີນ​ສືບ​ຕໍ່​ສະໜັບ​ສະ​ໜູນ​​ເຊິ່ງກັນ​ແລະ​ກັນປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ,ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ດ້ານຍຸດ​ທະ​ສາດ,ກຳ​ກາລະ​ໂອກາດ,ຍົກ​ສູງລະ​ດັບການ​ຮ່ວມມື​ທີ່ຕິດ​ແທດຕົວ​ຈິງຢ່າງ​ຮອບດ້ານ,ຮ່ວມ​ກັນປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​​ແຫ່ງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ