ອາ​ຊຽນກາຍ​ເປັນ​ຕະຫຼາດ​​ໃຫຍ່​ທີ່​ສຸດ​ທີ່​ວິ​ສາ​ຫະກິດ​ຂອງ​ຈີນ​ລົງທຶນ​ຢູ່​ຕ່າງປະ​ເທດ ​​ເສດຖະກິດ​ການ​ຄ້າ​ສອງ​ຝ່າຍ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ

(GMT+08:00) 2011-11-21 12:53:37     cri

ຕາມ​ສະພາ​ມົນຕີ​ການ​ຄ້າ​ຈີນ-ອາ​ຊຽນ​ເປີດ​​ເຜີຍ​ວ່າ, ນັບ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ອາ​ຊຽນ​ບັນ​ລຸ​ເຖິງ295ຕື້5ຮ້ອຍລ້ານ​ໂດ​ລາ, ​ໄດ້​ເພີ່ມ​ຂຶ້ນ25,7%ຖ້າ​ທຽບກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີຜ່ານ​ມາ. ປະ​ເທດ​ທີ່ຢູ່​ໃນ​ອັນ​ດັບ​ທີ​1​ຫາ​ທີ3ດ້ານ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາຊຽນ​ແມ່ນ​ມະ​ເລ​ເຊຍ, ​ໄທ​ແລະ​ສິງກະ​ໂປ.

ນັບ​ມາ​ຮອດ​ເດືອນສິງຫາ​ປີ​ນີ້, ການ​ລົງທຶນ​​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ບັນລຸ90ຕື້​ໂດ​ລາ, ​ໃນ​ນັ້ນ, ວິ​ສາ​ຫະ​ກິດ​ຈີນ​ໄດ້​ລົງ​ທຶນ​ຢູ່​ອາ​ຊຽນທັງ​ໝົດ22ຕື້3ຮ້ອຍ​ລ້ານ​ໂດ​ລາ, ອາ​ຊຽນ​ໄດ້​ກາຍ​ເປັນ​ຕະຫຼາດ​ໃຫຍ່​ທີ່​ສຸດ​ທີ່​ວິ​ສາ​ຫະ​ກິດ​ຈີນ​ໄດ້​ລົງ​ທຶນ​ຢູ່​ຕ່າງປະ​ເທດ.

ທ່ານ​ຊີ​ນີງນີງຮອງ​ເລຂາທິການ​ໃຫຍ່​ຂອງ​ຈີນປະຈຳ​ສະພາ​ມົນຕີ​ການ​ຄ້າ​ຈີນ-ອາ​ຊຽນສະ​ເໜີ​ວ່າ, ສອງ​ຝ່າຍ​ຄວນ​ປັບປຸງ​ແລະ​ພັດ​ທະ​ນາ​ການ​ພົວພັນ​ຄູ່​ຮວມມື​ຍຸດ​ທະ​ສາດ​ຕື່ມ​ອີກ, ພະຍາຍາມ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊຽນ​ໃຫ້​ດີ, ​ເພີ່​ມທະ​ວີ​ການ​ແລກ​ປ່ຽນ​ແລະ​ກາ​ນຮ່ວມ​ມື​ດ້ານ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ, ​ເລັ່ງລັດ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ