ນະຄອນຫຼວງເອຢິບເກີດການປະທະກັນໃນນະຄອນຫຼວງເລີແກເຮັດໃຫ້ມີຜູ້ເສຍຊີວິດ10ຄົນ ລັດຖະບານເອຢິບປະກາດວ່າການເລືອກຕັ້ງສະພາຈະຈັດຂຶ້ນຕາມເວລາກຳນົດ
(GMT+08:00) 2011-11-21 12:57:51 cri
ຕາມຂ່າວCRI: ວັນທີ22ພະຈິກນີ້, ການເຄື່ອນໄຫວປະທ້ວງຂະໜາດໃຫຍ່ຍັງສືບຕໍ່ດຳເນີນໄປຢູ່ນະຄອນຫຼວງເລີແກຂອງເອຢິບໄດ້ສືບຕໍ່ດຳເນີນຢູ່. ຜູ້ປະທ້ວງຢູ່ສະໜາມປົດປ່ອຍທີ່ໃຈກາງນະຄອນຫຼວງໄດ້ປະທະກັນກັບທະຫານແລະຕຳຫຼວດ, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ10ຄົນອີກ, 213ຄົນບາດເຈັບ.
ລັດຖະບານແລະຄະນະກຳມະການລະດັບສູງຂອງກອງທະຫານປະກອບອາວຸດ ໄດ້ຈັດການປຶກສາຫາລືກ່ຽວກັບສະຖານະການຄວາມປອດໄພເປັນການດ່ວນແລະປະກາດວ່າ, ຮັບປະກັນຈະເຮັດໃຫ້ການເລືອກຕັ້ງສະພາຈັດຂຶ້ນຕາມເວລາກຳນົດ. ລັດຖະບານເອຢິບອອກຖະແຫຼງການວ່າ, ເຫດຜົນທີ່ເກີດສະຖານະການເຄັ່ງຕຶງໃນປະຈຸບັນນີ້ແມ່ນບຸກຄົນຈຳນວນໜຶ່ງໄດ້ມີເຈດຕະນາຂັດຂວາງການຈັດການເລືອກຕັ້ງໃຫ້ດຳເນີນໄປຢ່າງສະດວກ, ຂັດຂວາງການສ້າງຕັ້ງຂຶ້ນຂອງກົງຈັກປະເທດ.
ວັນທີ18ພະຈິກນີ້, ຢູ່ນະຄອນຫຼວງເລີແກໄດ້ເກີດການເຄື່ອນໄຫວປະທ້ວງຂະໜາດໃຫຍ່, ປະທ້ວງຕໍ່ເອກະສານທີ່ມີລັກສະນະຫຼັກການຂອງລັດຖະທຳມະນູນເຊິ່ງສະເໜີໂດຍລັດຖະບານ, ຮຽກຮ້ອງໃຫ້ລັດຖະບານທະຫານວາງອຳນາດໂດຍໄວ. ວັນທີ19ພະຈິກນີ້, ທະຫານແລະຕຳຫຼວດໃຫ້ຄວາມຮຸນແຮງເຂົ້າໃນການສະຫຼາຍຜູ້ປະທ້ວງ, ເຮັດໃຫ້ປະຊາຊົນບໍ່ພໍໃຈ, ຫຼັງຈາກນັ້ນໄດ້ເກີດການປະທະກັນຢ່າງຮຸນແຮງ. ແຕ່ວັນທີ19ພະຈິກນີ້ມາ, ການປະທະກັນຍ້ອນການປະທ້ວງຢູ່ເອຢິບໄດ້ເຮັດໃຫ້ມີຜູ້ເສຍຊີວິດ12ຄົນແລະ1000ກວ່າຄົນບາດເຈັບ.