ຈີນຮຽກຮ້ອງໃຫ້ອາເມລິກາຫຼີກ​ເວັ້ນ​ບໍ່​ໃຫ້​ບັນ​ຫາ​ເສດ​ຖະ​ກິດ​ຫັນ​ເປັນ​ການ​ເມືອງ​

(GMT+08:00) 2011-11-21 16:57:08     cri

ຕາມ​ຂ່າວCRI: ກອງ​ປະຊຸມຄະນະ​ກຳມະກາ​ນຮ່ວມ​ມືທາງ​ດ້ານການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ຄັ້ງທີ22​ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ເສິງ​ຕູ​ທາງພາກ​ຕາ​ເວັນ​ຕົກ​ຂອງຈີນ​ໃນ​ວັນ​ທີ21ພະຈິກ​ນີ້. ທ່ານ​ວາງ​ຊີ​ຊານ​ຮອງ​ນາຍົກລັດຖະມົນຕີຈີນ​ກ່າວ​ໃນ​ພິທີ​ເປີດ​ວ່າ, ນັບ​ແຕ່​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ກາ​ນຮ່ວມ​ມືທາງ​ດ້ານ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ເປັນຕົ້ນ​ມາ, ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຫຼາຍ​ໃນ​ດ້ານ​ການ​ປົກ​ປັກ​ຮັກສາສິດ​ຊັບ​ສິນ​ທາງ​ປັນຍາ, ນະ​ໂຍບາຍ​ປະດິດ​ສ້າງ​ໃໝ່, ການຈັດ​ຊື້​ຂອງ​ລັດຖະບານ​ແລະ​ການ​​ໃຊ້ຊອຟແວທີ່ເປັນຂອງແທ້.

 

ການເຄື່ອນໄຫວລາຍສະເພາະດ້ານການຕ້ານການ ລ່ວງລະເມີດສິດ ຊັບສິນທາງປັນຍາແລະການຜະລິດຈຳໜ່າຍ​ສິນຄ້າ​ປອມ​ແລະ​ບໍ່​ມີຄຸນ​ນະພາ​ບໄດ້​ຮັບ​ປະສິດ​ທິຜົນ​ຢ່າງ​ເດັ່ນ​ຊັດ, ກົນ​ໄກ​ໄລຍະ​ຍາວ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ເບື້ອງຕົ້ນ. ຈີນ​ໄດ້​ສັງ​ເກດ​ເຫັນ​ວ່າ​ອາ​ເມ​ລິ​ກາ​ກຳລັງ​ຕັ້ງໜ້າ​ແກ້​ໄຂ​ບັນຫາ​ວິຊາ​ຈາກ​ຈີນ​ໄປ​ອາ​ເມ​ລິ​ກາ​ທີ່​ຈີນ​ໄດ້​ເອົາ​ໃຈ​ໃສ່​ຫຼາຍ. ທ່ານ​ກ່າວ​ເນັ້ນ​ວ່າ, ຫວັງ​ວ່າ​ອາ​ເມ​ລິ​ກາຈະ​ມີ​ຄວາມ​ຄືບ​ໜ້າ​ຕົວ​ຈິງ​ດ້ານ​ການ​ຜ່ອນຄາຍ​ການ​ຄວບຄຸມ​ດ້ານ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີ​ສູງ​ຕໍ່​ຈີນ, ການ​ໃຊ້​ມາດ​ຕະການຊ່ວຍ​ເຫຼືອ​ດ້ານ​ການ​ຄ້າ​ຢ່າ​ງສຸ​ຊຸມ​ຮອບ​ຄອບ​, ການຮອງ​ຮັບ​ຖານະ​ເສດຖະກິດ​ຕະຫຼາດ​ຈີນ, ມີ​ຄວາມ​ດຸ່ນດ່ຽງ​ຕໍ່​ວິ​ສາ​ຫະກິດ​ຈີນ​ທີ່​​ໄປ​ລົງທຶນ​ຢູ່​ອາ​ເມ​ລິ​ກາ​ແລະ​ອື່ນໆ.


ທ່ານ​ວາງ​ຊີ​ຊານ​ຍັງ​ກ່າວ​ວ່າ, ພາຍ​ໃຕ້​ສະຖານະ​ການ​ປະ​ຈຸ​ບັນ​ນີ້, ສອງ​ຝ່າຍ​ຄວນ​ພະຍາຍາມ​ຮ່ວມ​ກັນ, ປະຕິບັດ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ເຊິ່ງ​ໄດ້​ບັນລຸ​ໃນ​ກ​ອງປະຊຸມ​ສຸດ​ຍອດການ​G20ທີ່​ເມືອງ"ການ", ​ຄັດຄ້ານ​ລັດທິ​ປົກ​ປ້ອງການ​ຄ້າ​ດ້ວຍ​ການ​ເຄື່ອນ​ໄຫວ​ຕົວ​ຈິງ, ຫຼີກ​ເວັ້ນບໍ່​ໃຫ້ຫັນ​ເອົາ​ບັນຫາ​ເສດຖະກິດ​ກາຍ​ເປັນບັນຫາ​ທາງ​ການ​ເມືອງ, ຊຸກຍູ້​ໃຫ້​​ເສດຖະກິດ​ຂອງ​ສອງ​ປະ​ເທດ​ຫຼື​ທົ່ວ​ໂລກ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ, ຍືນ​ຍົງ​ແລະ​ດຸ່ນດ່ຽງ.


 ຜູ້ຕາງໜ້າ​ອາ​ເມ​ລິ​ກາ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ທ່ານ​ຈອນ ບຼິ​ໂຊນ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ, ທ່ານ​ໂຣ​ນາດ ​ເຄີ​ກຜູ້ຕາງໜ້າ​ການ​ຄ້າ​ແລະ​ທ່ານ​ໂທ​ມາສ ວິນສັກ​ລັດຖະມົນຕີ​ກະຊວງກະສິກໍາ​ແລະ​ອື່ນໆ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ