ເຄື່ອງຂອງ​ທີ່​ບັນທຸກ​ຢູ່ໃນ​ຍານ​ອະວະ​ກາດ​​ເສິນ​ໂຈ່​ວ​ເລກ8​ໄດ້​ນຳ​ມາວາງສະ​ແດງ​ຢູ່​ປັກ​ກິ່ງ

(GMT+08:00) 2011-11-21 16:15:02     cri
ວັນ​ທີ21​ພະຈິກ​ນີ້, ​ຢູ່​ສູນ​ຫາງ​ທ່ຽນ​ເສິງ​ຂອງ​ນະຄອນຫຼວງ​ປັກ​ກິ່ງ, ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ໄດ້​ເປີດຫ້ອງ​ກັບ​ຄືນ​ຂອງ​ຍານ​ອະວະກາດ​ເສິນ​ໂຈ່​ວ​ເລກ8​ຢ່າງ​ເປັນ​ທາງ​ການ. ​ເຄື່ອງ​ຂອງ​ຕ່າງໆ​ ​ເຊັ່ນ: ຮູບ​ແຕ້ມ​ຂອງ​ທ່ານ​ສຽນ​ສົວ​ເຊິ່ນ ບິດາ​ແຫ່ງ​ການບິນ​ອະວະກາດ​ຂອງ​ຈີນ, ​ແນວ​ພັນ​ຂອງ​ພືດ​ປະ​ເພດ​ຕ່າງໆ ​ແລະ​ອື່ນໆ ທີ່​ບັນທຸກຢູ່​ໃນ​ຍານ​ອະວະກາດ​ແລະ​​ໄດ້​ບິນ​ໃນ​ອະວະກາດ​ເປັນ​ເວລາ17​ມື້​ນັ້ນ​ໄດ້​ນຳ​ມາ​ວາງສະ​ແດງ​ອອກ​ມາ​ຕາມໆ​ກັນ.

​ໃນ​ພິທີ​ເປີດ​ຫ້ອງ​ກັບ​ຄືນຂອງ​ຍານ​ອະວະກາດ​ເສິນ​ໂຈ່​ວ​ເລກ8​ຢ່າງ​ເປັນ​ທາງ​ການ, ທ່ານ​ໜິວຫົງ​ກວງ ຮອງ​ຜູ້​ບັນຊາ​ການ​ໃຫຍ່​ໂຄງການ​ການ​ບິນ​ອະວະກາດ​ບັນທຸກ​ມະນຸດ​ຂອງ​ຈີນ​ກ່າວ​ວ່າ, ​ເຄື່ອງ​ຂອງ​ທີ່​ບັນທຸກ​ຢູ່ໃນ​ຍານ​ອະວະກາດ​ເສິນ​​ໂຈ່ວ​ເລກ8 ​ໄດ້​ບັນທຶກ​​ແລະ​ເປັນ​ສັກຂີ​ພິຍານ​ໃຫ້​ແກ່​ຂະ​ບວນການ​ພັດທະນາ​ພາລະກິດ​ການບິນ​ອະວະກາດ​ຂອງ​ຈີນ, ​​ໄດ້​ກາຍ​ເປັນ​ສ່ວນ​ປະກອບ​ສຳຄັນ​ຂອງ​ວັດທະນະທຳ​ການບິນ​ອະວະກາດ​ບັນທຸກ​ມະນຸດ. ​ເຄື່ອງ​ຂອງ​ເຫຼົ່າ​ນີ້​ທັງ​ແມ່ນ​ຜະລິດ​ຕະພັນ​ວັດທະນະທຳ, ກໍ​ແມ່ນ​ໝາກຜົນ​ຂອງ​ໂຄງການ​ສາທາລະ​ນະ​ປະ​ໂຫຍ​ດຂອງ​ສັງຄົມ, ຍັງ​ມີ​ບັດ​ອວຍພອນ​ໃນ​ອະວະກາດ​ແລະ​ຊິ​ມອວຍພອນ​ອະວະກາດ, ​ແມ່ນ​ມາດ​ຕະການ​ສຳຄັນ​ຂອງ​ພາລະກິດ​ການບິນ​ອະວະກາດ​ບັນທຸກ​ຄົນ​ຂອງ​ຈີນ​ເພື່ອ​ຊຸກ​ຍູ້​ໃຫ້​ວັດທະນະທຳ​ສັງຄົມ​ນິຍົມ​ຂອງ​ຈີນ​ພັດທະນາ​ແລະ​ຮຸ່ງ​ເຮືອງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ