ຮອງ​ນາຍົກ​ຈີນ​ກ່າວ​ເນັ້ນ​ວ່າ, ຕ້ອງ​ເພີ່ມ​ຄວາມ​ແຮງ​ໃນ​ການ​ປ້ອງ​ກັນ​ພະຍາດ​ເອດ

(GMT+08:00) 2011-11-21 16:17:49     cri
ວັນ​ທີ18​ພະຈິກ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານຫຼີ​ເຄິ້ຊຽງ ຮອງ​ນາຍົກລັດ​ຖະມົນຕີ​ຈີນ​ກ່າວ​ເນັ້ນ​ວ່າ, ຕ້ອງ​ຍຶດໝັ້ນ​ໃນ​ການ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ເອດ​ຢ່າງຮອບດ້ານຕາມກົດໝາຍ​ແລະ​ຫຼັກ​ວິທະຍາສາດ, ​ເອົາ​ໃຈ​ໃສ່ຕໍ່​ຜູ້​ເປັນ​ພະຍາດ​ເອດ​ຫຼາຍ​ກວ່າ​ເກົ່າ, ​ໃຊ້​ມາດ​ຕະການ​ໃນ​ຄວາມ​ເປັນ​ເຈົ້າ​ການ​ທີ່​ແຂງ​ແຮງ​ກວ່າ​ເກົ່າ​, ສືບ​ຕໍ່​ເຮັດ​ວຽກ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ເອດ​​ໃຫ້ດີກ​ວ່າ​ເກົ່າ.

ທ່ານຫຼີ​ເຄິ້ຊຽງ​ກ່າວ​ຄວາມ​​ເວົ້ານີ້​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມາ​ທິການ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ເອດຂອງລັດຖະບານ​ຈີນ. ທ່ານ​ກ່າວ​ວ່າ, ຕ້ອງ​ຂະຫຍາຍ​ເຄືອ​ຂາຍ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໃຫ້​ສົມບູນ​ຂຶ້ນ, ​ເປີດ​ກວ້າງ​ຂອບ​​ເຂດ​ປ້ອງ​ກັນ​ແລະ​ປົກ​ຄຸມ, 5ປີ​ຂ້າງ​ໜ້າ​ນີ້, ຕ້ອງ​ຍົກ​ອັດຕາ​ປົກ​ຄຸມ​ກຸ່ມ​ຄົນ​ທີ່​ມີ​ຄວາມ​ສ່ຽງ​ໃຫ້​ໄດ້90%ຂຶ້ນ​ໄປ. ພ້ອມ​ກັນ​ນັ້ນ, ຈະ​ໃຫ້ການ​ສະໜັບສະ​ໜູນ​ໃນ​ດ້ານ​ງົບປະມານ​ແລະ​ອຳນວຍ​ຄວາມ​ສະດວກແກ່​ອົງການ​ຈັດ​ຕັ້ງ​ປະຊາຊົນ​ທີ່​ດຳ​ເນີນ​ວຽກ​ງານ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ເອດ.

ທ່ານຫຼີ​ເຄີ້ຊຽງ​ກ່າວ​ວ່າ, ​ແຕ່ລະທ້ອງ​ຖິ່ນ​​ແລະ​ພາກສ່ວນ​ຕ່າງໆ​ຕ້ອງ​ເອົາ​ການ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ເອດ​ປະສົມ​ປະສານ​ກັບ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ດ້ານ​ສາທາລະນະ​ສຸກ, ​ເພີ່ມ​ງົບປະມານ​ໃນ​ດ້ານ​ນີ້, ​ເພີ່ມ​ທະວີ​ການ​ສ້າງສາ​ຄວາມ​ສາມາດ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​​ເອດ​ຢູ່​ຂັ້ນ​ຮາກ​ຖານ, ພະຍາຍາມ​ບັນລຸ​ເປົ້າ​ໝາຍ​ທີ່​ຊອກ​ພົບ​ຜູ້​ເປັນ​ພະຍາດ​ເອດ​ໃໝ່​ໃນ​ປີ2015​ໃຫ້​ຕ່ຳລົງ​ຢ່າງ​ເດັ່ນ​ຊັດ​ເມື່ອ​ທຽບ​ກັບ​ປີ2010ຜ່ານ​ມາ, ​ເຮັດ​ໃຫ້ອັດຕາ​ການຕາຍ​ຂອງ​ຜູ້​ເປັນ​ພະຍາດ​ເອດ​ຫຼຸດ​ລົງ​ຢ່າງ​ເດັ່ນ​ຊັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ