ສັນ​ນິ​ບາດ​ປະ​ເທດ​ອາ​ຣັບ​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ຂອງ​ຊີ​ຣີ​ກ່ຽວ​ກັບ​ດັດ​ແປງ​​ວຽກ​ງານ​ຂອງ​ຄະ​ນະ​ສັງ​ເກດ​ການ

(GMT+08:00) 2011-11-21 13:09:01     cri
ວັນ​ທີ20​ພະຈິກ​ນີ້,ສັນນິບາດ​ປະ​ເທດ​ອາຣັບອອກ​ຖະ​ແຫຼງການ,ປະ​ຕິ​ເສດ​ບໍ່​ຍອມ​ຮັບ​ຂໍ້​ສະ​ເໜີ​ຂອງ​ລັດ​ຖະ​ບານ​ຊີ​ຣີ​ກ່ຽວ​ກັບ​ການ​ດັດ​ແປງ​ວຽກ​ງານ​ຂອງ​ຄະ​ນະ​ຜູ່​ສັງ​ເກດ​ການ,​ແລະ​ກ່າວ​ວ່າ,​ຂໍ້​ສະ​ເໜີ​ຂອງ​ຊີ​ຣີ​ຈະ​ປ່ຽນ​ແປງ​ພາ​ລະ​ໜ້າ​ທີ່​​ແລະ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຄະ​ນະ​ຜູ່​ສັງ​ເກດ​ການ.

ວັນ​ທີ16​ພະຈິກ​ນີ້,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສັນນິບາດ​ປະ​ເທດ​ອາຣັບ​ໄດ້ຈັດ​ກອງ​ປະ​ຊຸມ​ພິ​ເສດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ລາ​ບັດ​ຂອງ​ມາ​ຣົກ,​ຢືນ​ຢັນ​ວ່າ​ຈະ​ຍົກ​ເລີກ​ສະ​ຖາ​ນະ​ພາບ​ເປັນ​ປະ​ເທດ​ສະ​ມາ​ຊິກ​ຂອງ​ສັນ​ນິ​ບາດ​ປະ​ເທດ​ອາ​ຣັບ​ຂອງ​ຊີ​ຣີ,​ແລະ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຊີ​ຣີ​ລົງ​ນາມ​ໃນ​ສັນ​ຍາ​ພາຍ​ໃນ​3​ມື້​​ເພື່ອ​ຈະ​ອະ​ນຸ​ຍາດ​ໃຫ້​ສັນ​ນິ​ບາດ​ປະ​ເທດ​ອາ​ຣັບ​ສົ່ງ​ຄະ​ນະ​ຜູ່​ສັງ​ເກດ​ການ​ໄປ​ຊີ​ຣີ.

ກ່ອນ​ເຖິງເວລາ​ກຳນົດ,ລັດ​ຖະ​ບານ​ຊີ​ຣີ​ໄດ້​ສົ່ງ​ຂໍ້​ສະ​ເໜີ​ສະບັບ​ໜຶ່ງ​ໃຫ້​ແກ່​ສັນ​ນິ​ບາດ​ປະ​ເທດ​ອາ​ຣັບ​ກ່ຽວ​ກັບ​ການ​ດັດ​ແປງ​ວຽກ​ງານ​ຂອງ​ຄະ​ນະ​ຜູ່​ສັງ​ເກດ​ການ,​ຊຶ່ງ​ລວມ​ທັງ​ບໍ່​ໃຫ້​ຜູ່​ສັງ​ເກດ​ການ​ໄປ​ຢ້ຽມ​ຢາມ​ໂຮງ​ໝໍ​ແລະ​ຄຸກ,​ບໍ່​ສາ​ມາດ​ພົບ​ກັບ​ຄອບ​ຄົວ​ຂອງ​ຝ່າຍ​ຄ້ານ​ທີ່​ຖືກ​ຈຳ​ຄຸກ,​ຄະ​ນະ​ຜູ່​ສັງ​ເກດ​ການ​ຈະ​ເດີນ​ທາງ​ໄປ​ບ່ອນ​ໃດກໍ​ຕ້ອງ​ມີ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ຊີ​ຣີ​ເປັນ​ຜູ່​ຕິດຕາມ​ໄປ​ນຳ.

ກ່ຽວ​ກັບ​ເລື່ອງ​ນີ້,​ໃນ​ວັນ​ທີ20​ພະຈິກ​ນີ້,ທ່ານ​ວາລິ​ດ ອານ ມູອານ​ເລັມ,ລັດຖະມົນຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ຣີ​ກ່າວ​ວ່າ,​ໃນ​ຮ່າງ​ສັນ​ຍາ​ຂອງ​ສັນ​ນິ​ບາດ​ປະ​ເທດ​ອາ​ຣັບ​ທີ່​ສົ່ງ​ຄະ​ນະ​ຜູ່​ສັງ​ເກດ​ການ​ໄປ​ຊີ​ຣີ​ນັ້ນ​ມີ​ຂໍ້​ກຳ​ນົດ​ຈຳ​ນວນ​ໜຶ່ງ​ທີ່​ບໍ່​ເອົາ​ຫົວ​ຊາ​ນຳ​ອະ​ທິ​ປະ​ໄຕ​ຂອງ​ຊີ​ຣີ,​ສະ​ນັ້ນ​ຈຶ່ງ​ບໍ່​ສາ​ມາດ​ຈະ​ປະ​ຕິ​ບັດ​ໄດ້.

ໃນ​ມື້​ດຽວ​ກັນ,ທ່ານ​ບາ​ຊາ ອານ ອາຊັ​ດ,ປະທານາທິບໍດີ​ຊີຣີກ່າວ​ຢ້ຳວ່າ,ລັດຖະບານ​ຊີຣີຈະ​ບໍ່ອ່ອນ​ຍອມ​ຕໍ່​ຄວາມ​ກົດ​ດັນຈາກ​ພາຍ​ນອກ​ຢ່າງ​ເດັດຂາດ,ພ້ອມທັງປະຕິ​ເສດ​ບໍ່​ໃຫ້​ກຳລັງ ຈາກ​ພາຍ​ນອກ​ແຊກ​ແຊງ​ວຽກ​ງານພາຍ​​ໃນ​ຂອງ​ຊີຣີ.

ໃນ​ຂະນະ​ດຽວ​ກັນ​,​ຂະ​ບວນການປະ​ທ້ວງ​ຢູ່​ພາຍ​ໃນ​ຊີຣີ​ໄດ້​ຮຸນ​ແຮງ​ຂຶ້ນ,ສະຖານະ​ການ ​ເຄັ່ງ​ຕຶງ​ຂຶ້ນຢ່າງ​ຕໍ່​ເນື່ອງ,ຈຳນວນ​ຜູ່​ເສຍ​ຊີວິດ​ຍ້ອນ​ການ​ປະ​ທະ​ກັນ​ດ້ວຍ​ຄວາມ​ຮຸນ​ແຮງ​ນັ້ນ ກໍ່​​ເພີ່ມ​ຫຼາຍຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ