ຈີນ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ເຂດ​ປອດ​ນິວ​ເຄຼຍ​ອາ​ຊີ​ອ​າຄະ​ເນ​

(GMT+08:00) 2011-11-21 16:17:12     cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ20​ພະຈິກ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ລິວ​ເວີ້​ຍມີນ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ເຂດ​ປອດ​ອາ​ວຸດ​ນິວ​ເຄຼຍ​ອາ​ຊີ​ອາ​ຄະ​ເນມາ​ໂດຍ​ຕະ​ຫຼອດ,​ເວ​ລາ​ໃດ​ສົນ​ທິ​ສັນ​ຍາ​ເຂດ​ປອດ​ອາ​ວຸດ​ນິວ​ເຄຼຍ​ອາ​ຊີ​ອາ​ຄະ​ເນ​ເປີດ​ໂອ​ກາດ​ໃຫ້​ລົງ​ນາມ,​ຈີນ​ຍິນ​ດີ​ລົງ​ນາມ​ເຂົ້າ​ຮ່ວມ​ອະ​ນຸ​ສັນ​ຍາ​ຂອງ​ສົນ​ທິ​ສັນ​ຍາ​ສະ​ບັບ​ນີ້​ໂດຍ​ທັນ​ທີ.

ທ່ານ​ລິວ​ເວີ້​ຍມີນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່ກ່ຽວຂ້ອງ​ຂອງ​ນັກ ຂ່າວ.ທ່ານ​ກ່າວ​ວ່,​ແຕ່​ວັນ​ທີ​12​ຫາ​ວັນ​ທີ14​ພະຈິກ​ນີ້,5ປະ​ເທດ​ອາ​ວຸດ​ນິວ​ເຄຼຍ ຄື:ຈີນ,ອາ ​ເມ​ລິ​ກາ,​ຣັດ​ເຊຍ,​ອັງ​ກິດ​ແລະ​ຝະ​ຣັ່ງ​ພ້ອມ​ກັບ​ອາ​ຊຽນ​ໄດ້​ຈັດ​ການ​ປຶກ​ສາ​ຫາລື​ກັນ​ຢູ່​ເກາະ​ບາ​ຫຼີ​ຂອງ​ອິນ​ໂດ​ເນ​ເຊຍ​ກ່ຽວ​ກັບ​ອະ​ນຸ​ສັນ​ຍາ​ຂອງ "ສົນ​ທິ​ສັນ​ຍາ​ເຂດ​ປອດ​ນິວ​ເຄຼຍ​ອາ​ຊີ​ອາ​ຄະ​ເນ".​ຜ່ານ​ການ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ,​ຝ່າຍ​ຕ່າງໆ​ໄດ້​ບັນ​ລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​ກ່ຽວ​ກັບ​ອະ​ນຸ​ສັນ​ຍາ​ຂອງ​ສົນ​ທິ​ສັນ​ຍາ​ສະ ບັບ​ນີ້.

ທ່ານ​ລິວ​ເວີ້​ຍມີນກ່າວ​ວ່າ,ຈີ​ນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ອ່ວາຍ​ໜ້າ​ໄປ​ສູ່​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ກັບ​ອາ​ຊຽນ,​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ເຂດ​ປອດ​ນິວ​ເຄຼຍ​ອາ​ຊີ​ອາ​ຄະ​ເນ​ໂດຍ​ຕະ​ຫຼອດ.​ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ທຳ​ຄວາມ​ພະ​ຍາ​ຍາມ,​ຊຸກ​ຍູ້​ໃຫ້​ອະ​ນຸ​ສັນ​ຍາ​ຂອງ​"ສົນ​ທິ​ສັນ​ຍາ​ເຂດ​ປອດ​ນິວ​ເຄຼຍ​ອາ​ຊີ​ອາ​ຄະ​ເນ"​ມີ​ຜົນ​ບັງ​ຄັບ​ໃຊ້​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ