ຈີນ​ພະຍາ​ຍາມ​ຊຸກ​ຍູ້​ການ​ກໍ່​ສ້າງ​ດ່ານ​ເຂົ້າ​ອອກ​ເມືອງ​ເພື່ອ​ສ້າງ​ຄວາມ​ຈະ​ເລີນ​​ແລະ​ຮັ່ງ​ມີ​ເຂັ້ມ​ແຂງ​ຢູ່​ເຂດ​ຊາຍ​ແດ​ນ

(GMT+08:00) 2011-11-21 16:49:41     cri
ວັນ​ທີ20​ພະຈິກ​ນີ້,ຂ່າວຈາກ​ເມືອງ​ນານ​ນີງທາງ​ພາກ​ໃຕ້​ຂອງ​ຈີນ​ແຈ້ງ​ໃຫ້​ຊາບວ່າ,​ໃນ5​ປີ​ຂ້າງ​ໜ້າ​ນີ້,​ແຫ່ງ​ຕ່າງໆ​ຂອງ​ຈີນ​ຈະ​ເລັ່ງ​ລັດ​ກໍ່​ສ້າງ​ດ່ານ​​ເຂົ້າອອກ​ເມືອງ,​ເປີດ​ກວ້າງການ​ໄຂ​ປະຕູ​ສູ່​ພາຍ​ນອກ​ຕື່ມ​ອີກ,​ເພື່ອ​ຊຸກຍູ້ການ​ພັດທະນາ​ເສດຖະກິດ​ຂອງ​ເຂດ​ຊາຍ​ແດນ.

ເຈົ້າໜ້າ​ທີ່​ຂອງ​ຄະນະ​ກຳມະການ​ວຽກ​ງານ​ຊົນ​ເຜົ່າ​ແຫ່ງ​ຊາດ​ຈີນ​ແລະ​ເຈົ້າໜ້າ​ທີ່​ຂອງ​ເຂດ​ຊາຍ​ແດນ​ຫຼາຍ​ແຫ່ງ​ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ​ທີ່​ຈັດ​ຂຶ້​ນ​ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້.ທ່ານ​ລໍ​ລີ​ມີງ,​ຮອງ​ຫົວ​ໜ້າ​ຄະນະ​ກຳ​ມະ​ການ​ວຽກ​ງານ​ຊົນ​ເຜົ່າ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ໃນ"ຂະ​ບວນການສ້າງ​ເຂດ​ຊາຍ​ແດນ​ໃຫ້​ຈະ​ເລີ​ນ​ແລະ​ເຮັດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ມີ​ຄວາມ​ຮັ່ງ​ມີ",​ລັດ​ຖະ​ບານ​ຈະ​ເພີ່ມ​ງົບ​ປະມານ​ເຂົ້າ​ໃນ​ການ​ກໍ່​ສ້າງ​ດ່ານ​ເຂົ້າ​ອອກ​ເມືອງ,​ເພີ່ມ​ການ​ສະໜັບສະ ໜູນ​ດ້ານ​ເງິນ​ກູ້​ດອກ​ເບ້ຍ​ຕ່ຳ​ຕໍ່​ໂຄງ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ເຂດ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ເຕັກ​ນິກ​ຂອງ​ເຂດ​ຊາຍ​ແດນ;​ປັບ​ຂອບ​ເຂດ​ຍົກ​ເວັ້ນ​ພາ​ສີ​ສຳ​ລັບ​ເຄື່ອງ​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ທີ່ ຂາ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ເວລາ​ອັນ​​ເໝາະ​ສົມ;​ສົ່ງ​ເສີມ,​ຊັກ​ນຳ​ແລະ​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ເຂດ​ໃນ​ກັບ​ວິ​ສາ​ຫະ​ກິດ​ເຂດ​ຊາຍ​ແດນ​ຮ່ວມ​ມື​ກັນ​ໃນ​ການ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ,​ກິດ​ຈະ​ການ​ຮັບ​ເໝົາ​ຢູ່​ຕ່າງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ​ຢູ່​ຕ່າງ​ປະ​ເທດ,​ເປີດ​ກວ້າງ​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ