ຫຼາຍປະເທດປະກາດຈະປະຕິບັດການລົງໂທດຕໍ່ອີຣານ
(GMT+08:00) 2011-11-22 15:56:29 cri
ວັນທີ21ພະຈິກນີ້,ຜູ່ນຳຂອງຫຼາຍປະເທດເຊັ່ນອາເມລິກາແລະອັງກິດຕ່າງໄດ້ປະກາດວ່າຈະປະຕິບັດການລົງໂທດຕໍ່ອີຣານ,ອີຣານກ່າວວ່າ,ປະເທດຕາເວັນຕົກລົງໂທດຕໍ່ອີຣານແມ່ນຍຸດທະສາດທີ່ຕ່າງຝ່າຍຕ່າງເສຍຜົນປະໂຫຍດແນວໜຶ່ງ.
ທ່ານບາຣັກໂອບາມາ ປະທານາທິບໍດີອາເມລິກາໄດ້ເຊັນດຳລັດປະທານາທິບໍດີໃນວັນທີ21ພະຈິກນີ້ໂດຍສັ່ງໃຫ້ປະຕິບັດມາດຕະການລົງໂທດຕໍ່ຂະແໜງການຜະລິດຕະພັນເຄມີນ້ຳມັນເຊື້ອໄຟທີ່ສຳຄັນຂອງອີຣານພ້ອມທັງເປີດກວ້າງການລົງໂທດຕໍ່ຂະແໜງການນ້ຳມັນແລະອາຍແກັສທຳມະຊາດຂອງອີຣານ.ມື້ດຽວກັນ,ອາເມລິກາຍັງຈັດອີຣານເຂົ້າໃນບັນຊີລາຍຊື່"ປະເທດທີ່ຕ້ອງເອົາໃຈໃສ່ເປັນພິເສດໃນດ້ານການຟອກເງິນ."
ທ່ານຈອດຈ໌ ອົສບອນ ລັດຖະມົນຕີວ່າການກະຊວງການເງິນອັງກິດປະກາດວ່າ,ເລີ່ມແຕ່ເວລາ15ໂມງຂອງວັນທີ21ພະຈິກນີ້ ຕາມເວລາທ້ອງຖິ່ນ ເປັນຕົ້ນໄປ,ສະຖາບັນການເງິນທັງໝົດຂອງອັງກິດຕ້ອງຢຸດຕິການຊື້ຂາຍຫຼືດຳເນີນທຸລະກິດການຄ້າກັບທະນາຄານພ້ອມດ້ວຍອົງການສາຂາແລະບໍລິສັດສາຂາທັງໝົດຂອງອີຣານຊຶ່ງລວມທັງທະນາຄານກາງອີຣານ.ນີ້ແມ່ນອັງກິດໃຊ້ມາດຕະການທາງການເງິນລົງໂທດຕໍ່ຕ່າງປະເທດເປັນເທື່ອທຳອິດ.
ວັນທີ21ພະຈິກນີ້,ທ່ານນີໂຄລັສ ຊາໂຄຊີ ປະທານາທິບໍດີຝະຣັ່ງໄດ້ສົ່ງຈົດໝາຍກ່ຽວກັບບັນຫານີວເຄຼຍຂອງອີຣານໄປຍັງຜູ່ນຳປະເທດຕາເວັນຕົກຫຼາຍທ່ານໂດຍສະເໜີໃຫ້ປະເທດເຫຼົ່ານີ້ໃຊ້ມາດຕະການໃໝ່ໃນການລົງໂທດຕໍ່ອີຣານເຊັ່ນອາຍັດຊັບສິນຂອງທະນາຄານກາງອີຣານ,ຢຸດຕິການຊື້ນ້ຳມັນເຊື້ອໄຟຈາກອີຣານແລະອື່ນໆເພື່ອເຮັດໃຫ້ອີຣານຮັບຮູ້ເຖິງຄວາມຈຳເປັນໃນການຮັບເອົາການເຈລະຈາ.
ມື້ດຽວກັນ,ທ່ານເມເຮີດີ ກາຈານຟາຣີ ລັດຖະມົນຕີວ່າການກະຊວງອຸດສາຫະກຳ, ບໍ່ແຮ່ແລະການຄ້າອີຣານກ່າວໃນກອງປະຊຸມຂ່າວທີ່ຈັດຂຶ້ນຢູ່ເຕເຮລານວ່າ,ການລົງໂທດຂອງປະເທດຕາເວັນຕົກຕໍ່ອີຣານນັ້ນຈະເຮັດໃຫ້ອີຣານໄດ້ຮັບແຮງກົດດັນ,ເຮັດໃຫ້ເງິນທຶນໝູນວຽນຫຍຸ້ງຍາກກວ່າເກົ່າໂດຍສະເພາະແມ່ນໃນຂົງເຂດພະລັງງານ.ແຕ່ການລົງໂທດທີ່ກ່ຽວຂ້ອງກໍ່ຈະທຳລາຍຜົນປະໂຫຍດຂອງປະເທດຕາເວັນຕົກເຊັ່ນດຽວກັນ,ບໍ່ມີຜົນດີຫຍັງຕໍ່ປະເທດຕາເວັນຕົກ.ທ່ານກາຈານຟາຣີກ່າວເນັ້ນວ່າ,ອີຣານຈະບໍ່ອ່ອນຍອມຕໍ່ການລົງໂທດຂອງປະເທດຕາເວັນຕົກ.