ຄະນະ​ກຳມະການ​ຫຼຸດ​ຂຸມ​ການ​ເງິນ​ຂອງ​ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ​ປະ​ກາດ​ວ່າ​ບໍ່​ໄດ້​ບັນ​ລຸ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ

(GMT+08:00) 2011-11-22 16:17:51     cri
ຜູ່​ຮັບຜິດຊອບ​ຄະນະ​ກຳມາ​ທິການ​ພິ​ເສດ​ກ່ຽວ​ກັບ​ການ​ຫຼຸດ​ຂຸມ​ການ​ເງິນ​ຂອງ​ລັດຖະສະພາ​ອາ​ເມ​ລິ​ກາ​ປະກາດ​ໃນ​ວັນ​ທີ21​ພະຈິກ​ນີ້​ວ່າ,ຜູ່​​ແທນ​ຂອງ​ສອງ​ພັກ​ການ​ເມືອງ​ຄື​ພັກ​ເດ​ໂມ​ເຄຼັດ​ແລະ​ພັກ​ລີ​ພັບ​ປຼີກັນ​ບໍ່​ໄດ້​ບັນລຸ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ຫຼຸດ​ຂຸມ​ການ​ເງິນ​ພາຍ​ໃນ​ເວລາ​ກຳນົດ,ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຄວາມ​ພະຍາຍາມ​ໃນ​ການ​ຫຼຸດ​ຂຸມ​ການ​ເງິນ​ນັບ​ຕັ້ງ​ແຕ່ຄະນະ​ກຳມາ​ທິການ​ດັ່ງກ່າວສ້າງ​ຕັ້ງ​ຂຶ້ນ​ມາ​ນີ້​ບໍ່​ໄດ້ບັນລຸ​ຜົນສຳ​ເລັດ.

ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ບາຣັກ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ,ຖ້າວ່າ​ລັດຖະສະພາ​ບໍ່​ສາມາດ​ບັນລຸ​​ແຜນການສະບັບ​ໃໝ່​ກ່ຽວ​ກັບ​ຫຼຸດ​ຂຸມ​ການ​ເງິນ​ຂອງ​ລັດຖະບານ​ໄດ້,ທ່ານ​ຈະ​ໃຊ້​ສິດ​ຢັບຢັ້ງ​ຕໍ່​ການ​ປັບປຸງ​ແຜນການ​ຫຼຸດ​ຂຸມ​ການ​ເງິນ​ໂດຍ​ອັດຕະ​ໂນ​ມັດ.ທ່ານ​ໂອ​ບາ​ມາ​ກ່າວ​ວ່າ,ວິທີ​ພຽງ​ດຽວ​ໃນ​ການ​ຫຼີກ​ເວັ້ນບໍ່​ໃຊ້​ແຜນການ​ຫຼຸດ​ຂຸມ​ການ​ເງິນ​ໂດຍ​ອັດຕະ​ໂນ​ມັດ​ນັ້ນ​ແມ່ນ​ລັດ​ຖະ​ສະ​ພາ​ທຳ​ຄວາມ​ພະຍາ​ມຄືນ​ອີກ​ເພື່ອ​ບັນລຸ​ແຜນການ​ທີ່​ດຸນ​ດ່ຽງ​ກັນ.ລັດຖະສະພາ​ຍັງ​ມີ​ເວລາ1​ປີ​ເພື່ອ​ແກ້​ໄຂ​ບັນຫາ​ນີ້.

ຍ້ອນ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ເລື່ອງ​ນີ້, ຕົວ​ເລກ​ດັດຊະນີ​ສຳຄັນ3ຊະນິດ​ຂອງ​ຕະຫຼາດ​ຫຸ້ນ​ນີວຢອກ​ໃນ​ມື້​ດຽວ​ກັນ​ສືບ​ຕໍ່​ຕົກ​ຕ່ຳລົງ,​ໃນ​ນັ້ນ,ຕົວ​​ເລ​ກດັດຊະນີ​ດາວ​ຈອນ​ສDow Jones ຫຼຸດ​ລົງ​ຫຼາຍ​ກວ່າ2,1%,Standard&Poors​ແລະນາສດັກNASDAQຫຼຸດ​ລົງ​ປະມານ1,9%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ