ລັດຖະບານ​ເອຢິບ​ມອບ​ສານ​ລາ​ອອກ​ຈາກ​ຕຳ​ແຫນ່​ງ​ໃຫ້​ກອງທັບ

(GMT+08:00) 2011-11-22 11:32:40     cri

ວັນ​ທີ 21 ພະຈິກ​ນີ້, ລັດຖະບານ​ເອຢິບ​ໄດ້​ອອກ​ຖະ​ແຫລ​ງການ​ໂດຍ​ກ່າວ​ວ່າ, ລັດຖະບານ​ທີ່​ນຳພາ​ໂດຍ​ທ່ານ​ອັດ​ຊຳ ຊາຣັຟ, ນາຍົກລັດຖະມົນຕີ​ເອຢິບ​ໄດ້​ມອບ​ສານ​ລາ​ອອກ​ຈາກ​ຕຳ​ແຫນ່​ງ​ໄປ​ຍັງ​ຄະນະ​ກຳມະການ​ສູງ​ສຸດ​ຂອງ​ກອງ​ປະກອບ​ອາວຸດ​ໃນ​ວັນ​ທີ 20 ພະຈິກ​ນີ້, ​ເພື່ອ​ລໍຖ້າ​ກອງທັບ​ພິຈາລະນາ​ອະນຸມັດ.

​ໃນ​ຖະ​ແຫລ​ງການ, ທ່ານ​ມູຮາ​ມັດ ​ເຮ​ກາ​ຊີ, ​ໂຄສົກ​ລັດຖະບານ​ເອຢິບ​ກ່າວ​ວ່າ, ​ຍ້ອນ​ໄດ້​ພິຈາລະນາ​ເຖິງ​ສະພາບ​ຫຍຸ້ງຍາກ​ທີ່​ປະ​ເທດ​ພວມ​ປະ​ເຊີນ​ໃນ​ປັດຈຸບັນ, ລັດຖະບານ​ຈະ​ສືບ​ຕໍ່​ປະຕິບັດ​ຕາມພາລະຫນ້າ​ທີ່​ຢ່າງຮອບດ້ານ, ຈົນ​ຮອດ​ສານ​ລາ​ອອກ​ຈາກ​ຕຳ​ແຫນ່​ງ​ໄດ້​ຮັບ​ການ​ອະນຸມັດ. ທ່ານ​ຮຽກຮ້ອງ​ໃຫ້​ປະຊາຊົນ​ຈົ່ງ​ຮັກສາ​ຄວາ​ມອົດ​ກັ້ນ,ສາມັກຄີ​ຮັກສາ​ຄວາມ​ສະຫງົບ,​ເຮັດ​ໃຫ້​ສະຖານະ​ການ​ມີ​ຄວາມ​ແລະ​ສະຫງົບ​ລົງ, ​ເຮັດ​ໃຫ້​ປະ​ເທດ​ຟື້ນ​ຟູ​ສະຖຽນ​ລະ​ພາບ, ​ເພື່ອຈັດການ​ເລືອກ​ຕັ້ງ​ປະຊາທິປະ​ໄຕ​ຕາມ​ເວລາ​ກຳນົດ.

ມື້​ດຽວ​ກັນ, ​ໂທລະພາບ​ແຫ່ງ​ຊາດ​ເອຢິບ​ລາຍ​ງານ​ວ່າ, ຝ່າຍ​ກອງທັບ​ຍັງ​ບໍ່​ທັນ​ຮັບ​ເອົາ​ສານ​ລາ​ອອກ​ຈາກ​ຕຳ​ແຫນ່​ງຂອງ​ລັດຖະບານ​ເທື່ອ.

ມື້​ດຽວ​ກັນ, ທ່ານ​ປານ​ກີ​ມູນ, ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ ​ອອກ​ຖະ​ແຫລ​ງການ​ໂດຍ​ຜ່ານ​ໂຄສົກ​, ສະ​ແດງ​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຕໍ່​ເຫດການ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ເອຢິບ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ແລະ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ຕໍ່​ຜູ່​ທີ່​ເສຍ​ຊີວິດ​​ແລະສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ຜູ່​ທີ່​​ໄດ້ຮັບ​ບາດ​ເຈັບ.​ໃນ​ຖະ​ແຫລ​ງການ, ທ່ານ​ຮຽກຮ້ອງ​ລັດຖະບານ​ຊົ່ວຄາວ​ຂອງ​ເອຢິບ​ຮັບປະກັນ​ທາງ​ດ້ານສິດທິ​ມະນຸດ​ແລະ​ເສລີພາບ​ຂອງ​ປະຊາຊົນ​ເອຢິບ​ທຸກ​ຖ້ວນ​ຫນ້າ,​ເຊິ່ງລວມທັງ​ສິດ​​ໃນ​ການ​ເດີນຂະ​ບວນປະ​ທ້ວງ​ກຳລັງ​ໂດຍ​ສັນຕິ.ທ່ານ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ຮັກສາ​ຄວາມ​ອົດ​ກັນ​ໄວ້​ແລະຄວາມ​ມີ​ໃຈ​ເຢັນ​,ຊຸກ​ຍູ້​ຂະ​ບວນການ​ເລືອກ​ຕັ້ງ​ທີ່​ມີ​ສັນຕິພາບ​ແລະ​ມີ​ຄວາມ​ໂອບອ້ອມ​ອາລີ, ​ເພື່ອ​ຖື​ເປັນ​ບາດກ້າວ​ສຳຄັນ​ທີ່ຈະ​ນຳ​ເອົາ​ເອຢິບ​ໄປ​ສູ່​ປະຊາທິປະ​ໄຕ​ແລະ​ຈັດຕັ້ງ​ລັດຖະບານ​ທີ່​ມາ​ຈາກ​ການເລືອກຕັ້ງ​ຂອງປະຊາຊົນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ