ລັດຖະມົນຕີການຕ່າງປະເທດຂອງຫຼາຍປະເທດເອົາໃຈໃສ່ບັນຫາຊີຣີ
(GMT+08:00) 2011-11-22 15:47:18 cri
ປະຈຸບັນ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງຫຼາຍປະເທດ,ເຊັ່ນ:ຣັດເຊຍ,ອີຣັກ,ສເຊັກ,ອານເຊຣີແລະອື່ນໆໄດ້ເອົາໃຈໃສ່ຕໍ່ສະຖານະການຊີຣີຢ່າງໃກ້ຊິດ,ຫວັງວ່າສະຖານະການໃນຊີຣີມີຄວາມໝັ້ນທ່ຽງ.
ທ່ານເຊີເກ ລາຟຣົບ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຣັດເຊຍກ່າວວ່າ,ສະຖານະການຊີຣີອາດຈະເຮັດໃຫ້ສະຖານະການຂອງປະເທດອາລັບອື່ນໆມີຄວາມວຸ່ນວາຍ. ການກະທຳທີ່ຝ່າຍຕາເວັນຕົກຍຸຍົງສົ່ງເສີມໃຫ້ຝ່າຍຕໍ່ຕ້ານລັດຖະບານປະຕິເສດການດຳເນີນການສົນທະນາກັນກັບປະທານາທິບໍດີຊີຣີນັ້ນຄ້າຍຄືກັນກັບເປັນການທ້າທາຍທາງການເມືອງສາກົນ.
ທ່ານຮອສຢາ ຊີບາຣີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດອີຣັກກ່າວເນັ້ນວ່າ,ໂດຍແນໃສ່ສະຖານະການຊີຣີໃນປະຈຸບັນ,ຫຼັກໝັ້ນຂອງອີຣັກຕ່າງກັບຫຼັກໝັ້ນຂອງປະເທດອື່ນ,ແມ່ນຄວາມເປັນເອກະລາດ. ທ່ານກ່າວວ່າ,ບັນຫາຊີຣີຄວນໄດ້ຮັບການແກ້ໄຂພາຍໃນ "ຂອບອາລັບ",ຫຼີກເວັ້ນບໍ່ໃຫ້ອິດທິກຳລັງຕ່າງປະເທດຫຼືອິດທິກຳລັງພາຍນອກເຂົ້າແຊກແຊງ.
ທ່ານຄາເຣວ ສວາເຂັນເບີກ,ລັດຖະມົນຕີວ່າການກະຊວງການຕ່າງປະເທດສາທາລະນະລັດເຊັກແລະທ່ານໂມຣັດ ເມີເດວຊີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດອານເຊຣີໄດ້ສະແດງຄວາມເປັນຫ່ວງຕໍ່ສະຖານະການຊີຣີ. ທ່ານໂມຣັດ ເມີເດວຊີກ່າວວ່າ, ອານເຊຣີພວມທຳຄວາມພະຍາຍາມຢ່າງຕັ້ງໜ້າໃນການເຂົ້າຮ່ວມການຜ່ອນຄາຍສະຖານະການທີ່ເຄັ່ງຕຶງຂອງຊີຣີ.