ອິນ​ໂດ​ເນ​ເຊຍສ້າງການ​ພົວພັນຮ່ວມ​ມື​ດ້ານ​ການ​ລົງທຶນ​ກັບບັນດາ​ປະ​ເທດ​ອາ​ຊຽນ

(GMT+08:00) 2011-11-22 15:50:42     cri
ຕາມ​ຂ່າວສານ​ຈີນ: ​ຕາມ​ອົງ​ການ​ວາງ​ແຜນ​ການ​ລົງທຶນ​ຢ່າງ​ເປັນ​ເອກະ​ພາບ​ຂອງ​ອິນ​ໂດ​ເນ​ເຊຍ​ເຜີຍ​ໃຫ້​ຮູ້​ວ່າ,​ໃນ​ເວທີ​ປຶກສາ​ຫາລື​ການ​ລົງທຶນ​ອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ​ໃນ​ອາທິດ​ຜ່ານ​ມາ​ນີ້,ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ​ໄດ້ສ້າງ​ການ​ພົວພັນຮ່ວມ​ມືດ້ານ​ການ​ລົງທຶນ,​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ໃຫ້​ດີ​ຂຶ້ນ.

ທ່ານ​ອັກມັດ ຄູນີອາດີ, ຜູ້​ຊ່ວຍການ​ຮ່ວມ​ມືດ້ານ​ການ​ລົງທຶນ​ຂອງ​ອົງ​ການ​ວາງ​ແຜນການ​ລົງທຶນ​ຢ່າງ​ເປັນ​ເອກະ​ພາບ​ການ​​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ຄາດ​ວ່າ​ຜ່ານ​ການຮ່ວມ​ມື​​ຈະ​ສ້າງ​ການ​ພົວພັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຜົນ​ປະ​ໂຫຍ​ດ,​ເຮັດ​ໃຫ້​ກົດ​ລະບຽບວ່າ​ດ້ວຍ​ການ​ລົງທຶນ​ມີ​ຄວາມ​ໂປ່​ງ​​ໃສ​ແລະມີ​ຄວາມ​ສືບ​ເນື່ອງ,ຊຸກຍູ້​ການ​ພັດທະນາ​ວຽກ​ງານ​ການ​ລົງທຶນ​ຂອງ​ພາກ​ພື້ນ,ຢ່ວງ​ບາດກ້າວ​ທີ່​ສຳຄັນ​ໃນ​ການບັນລຸ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນປີ2015.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ