ຕາມຂ່າວສານຊີນຮວາ: ວັນທີ21ພະຈິກນີ້, ໃນການແຂ່ງຂັນເຕະບານຮອບຊີງຊະນະເລີດຂອງງານມະຫະກຳກິລາອາຊີຕາເວັນອອກສຽງໃຕ້ທີ່ຈັດຂຶ້ນຢູ່ນະຄອນຫຼວງຈາກາຕາຂອງອິນໂດເນເຊຍໄດ້ເກີດເຫດການແຟນບານຢຽບກັນຕາຍ, ແຟນບານຂອງອິນໂດເນເຊຍ2ຄົນໄດ້ເສຍຊີວິດໃນເຫດການດັ່ງກ່າວ.
ໃນການແຂ່ງຂັນ,ທີມອິນໂດເນເຊຍທີ່ເປັນເຈົ້າພາບແຂ່ງຂັນກັບທີມມະເລເຊຍ. ກ່ອນການແຂ່ງຂັນ,ແຟນບານຫຼາຍກວ່າ 9ໝື່ນຄົນໄດ້ຫຼັ່ງໄຫຼເຂົ້າສະໜາມກິລາເຮັດໃຫ້ມີເຫດການຄົນຢຽບກັນຕາຍທີ່ເກີດຂຶ້ນໃນເວລານັ້ນໄດ້ເຮັດໃຫ້ແຟນບານ2ຄົນເສຍຊີວິດ.
ຕາມສື່ອິນໂດເນເຊຍລາຍງານວ່າ, ມີແຟນບານອີກຫຼາຍຄົນໄດ້ຮັບບາດເຈັບໃນເຫດການນີ້ແລະຖືກສົ່ງໄປປິ່ນປົວຢູ່ໂຮງໝໍ,ໃນນັ້ນ, ເດັກນ້ອຍທີ່ມີອາຍຸ9ປີຜູ້ໜຶ່ງຍັງຢູ່ໃນສະພາບໝົດສະຕິ.
ວັນທີ21ພະຈິກນີ້,ແຟນບານ2ຄົນທີ່ບໍ່ສາມາດຊື້ປີ້ເຂົ້າຊົມການແຂ່ງຂັນໄດ້ໄດ້ຈູດໄຟເຜົາຫ້ອງຂາຍປີ້ຢູ່ນອກສະໜາມກິລາ,ສອງຄົນນີ້ຖືກຈັບໃນເວລາຕໍ່ມາ.