ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ແຈ້ງ​ເຖິງ​ຜົນສຳ​ເລັດແຫ່ງ​ການ​​ເຂົ້າຮ່ວມບັນດາ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ແລະ​ການ​ຢ້ຽມຢາມ​ບຼູ​ໄນ

(GMT+08:00) 2011-11-22 14:56:43     cri
ວັນ​ທີ21​ພະຈິກ​ນີ້, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ເດີ​ນທາງ​ໄປ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ແລະ​ຢ້ຽມຢາມ​ບຼູ​ໄນຢ່າງ​ມີ​ຜົນສຳ​ເລັດ​ແລ້ວ​ກັບ​ຄືນ​ເຖິງ​ນະຄອນຫຼວງ​ປັກ​ກິ່ງ. ​ໃນມື້​ດຽວ​ກັນນີ້, ທ່ານ​ຢາງ​ເຈຍ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ຢູ່​ໃນ​ຄະນະ​ຢ້ຽມຢາມ​ໄດ້​​​ແຈ້ງ​ເຖິງໝາກຜົນ​​ໃນການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະ​ຢ້ຽມຢາມ​ບຼູ​ໄນ​ເທື່ອ​ນີ້, ທ່ານ​ກ່າວ​ວ່າ, ການ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະຢ້ຽມຢາມບຼູ​ໄນ​ຂອງ​ທ່ານ​ເວີ່ນ​ເຈຍ​ປາວຄັ້ງ​ນີ້​ໄດ້​ບັນລຸ​ເປົ້າ​ໝາຍ​​ໃນ​ການ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຊຸກ​ຍູ້​ການ​ຮ່ວມ​ມື​ກັນ​ແລະ​ຊຸກ​ຍູ້​ການ​ພັດທະນາ​ຮ່ວມ​ກັນ, ຈະ​ມີ​ຜົນ​ສະທ້ອນ​ທີ່​ເລິກ​ເຊິ່ງຍາວ​ໄກ​ຕໍ່​ສັນຕິພາບ​ຖາວອນ​ແລະ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ຮ່ວມ​ກັນ​ຂອງ​ພາກ​ພື້ນນີ້.

ທ່ານ​ຢາງ​ເຈຍ​ສື​ກ່າວ​ວ່າ, ​ໃນ​ໄລຍະເວລາ5​ວັນ, ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຫຼາຍ​ຝ່າຍ​ແລະ​ສອງ​ຝ່າຍ​ເກືອບ30​ເທື່ອ. ​ໂດຍປິ່ນ​ອ້ອມ​ການ​ພົວພັນ​ຈີນ​ອາຊ​ຽນ, ການ​ຮ່ວມ​ມື​ລະຫວ່າງ​ອາຊ​ຽນກັບ​ຈີນ, ຍີ​ປຸ່ນ​ແລະສ.​ເກົາຫຼີ, ການ​ຮ່ວມ​ມື​ລະຫວ່າງ​ຈີນ, ຍີ່ປຸ່ນ​ແລະ​ສ.​ເກົາຫຼີ, ການ​ຮ່ວມ​ມື​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ແລະ​ຫົວ​ຂໍ້​ຕ່າງໆ, ພ້ອມ​ທັງໄດ້ກ່າວ​ຄຳ​ປາ​ໄສ​ສຳຄັນ​ຫຼາຍ​ເທື່ອ, ຫວນ​ຄືນ​ຂະ​ບວນວິວັດ​ແຫ່ງການ​ຂະຫຍາຍ​ການຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກ, ວິ​ເຄາະ​ສະຖານະ​ການ​ແລະໜ້າ​ທີ່​ສຳຄັນ​ໃນ​ປະຈຸ​ບັນ, ບັນ​ລະ​ຍາຍຫຼັກໝັ້ນ​ແລະ​ຈຸດ​ຢືນ​ຂອງ​ຈີນ​ຕໍ່​ການ​ຂະຫຍາຍ​ການຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກ​ໃນ​ອະນາຄົດ​ຢ່າງ​ຈະ​ແຈ້ງ, ​ແລະ​ມີ​ຂໍ້​ລິ​ເລີ່​ມສຳຄັນ​ຕໍ່​ການ​ລົງ​ເລິກ​ການຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກ, ​ໄດ້​ສົ່ງ​ຂໍ້​ມູນຂ່າວສານ​ໃນ​ດ້ານ​ຕັ້ງໜ້າ​ຂອງ​ຈີນ​ທີ່​ຢາກ​ປະຕິບັດ​ທິດ​ທາງ​ການ​ຕ່າງປະ​ເທດກັບປະ​ເທດ​​ອ້ອມ​ຂ້າງ ທີ່​​ເປັນ​ມິດ​ກັບ​ປະ​ເທດ​ໃກ້​ຄຽງ​​ແລະ​ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ໝູ່​ຄູ່, ຍຶດຖື​ນະ​ໂຍບາຍ​ແລະ​ທັດສະນະ​ຄະຕິ​ທີ່​ພັດທະນາ​ໂດຍ​ສັນຕິ​ແລະ​ຕ່າງ​ຝ່າຍ​ຕ່າ​ງມີ​ຜົນ​ປະ​ໂຫຍ​ດ ​ໃຫ້​ຝ່າຍ​ຕ່າງໆ, ຊຸກ​ຍູ້​ໃຫ້​ກອງ​ປະຊຸມ​ພົວພັນ​ກັບ​ຫົວ​ຂໍ້​ສາມັກຄີ, ຮ່ວມ​ມື​ກັນ​ແລະ​ການພັດທະນາ​ຢ່າງ​ແໜ້ນ​ແຟ້ນ, ​ໄດ້ຮັບ​ໝາກຜົນ​ຢ່າງ​ຕັ້ງໜ້າ, ​​​ແລະ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ໃນ​ລະດັບ​ສູງ​ຈາກ​ຝ່າຍ​ຕ່າງໆ. ທ່ານ​ເວີ່ນ​ເຈຍ​ປາວ​ຍັງ​ໄດ້​ພົບ​ປະ​ກັບ​ຜູ້ນຳ​ປະ​ເທດ​ຕ່າງໆ​ທີ່​ມາ​ຮ່ວມ​ປະຊຸມ​ຢ່າງ​ກວ້າງ​ຂວາງ, ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າ​ງສອງ​ຝ່າຍ​ແລະ​ການ​ຮ່ວມ​ມື​ໃນ​ພາ​ກພື້ນ​ອາຊີ​ຕາ​ເວັນ​ອອກ, ​ແລະ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນຫຼາຍ​ຢ່າງ.

ທ່ານ​ຢາງ​ເຈຍ​ສື​ກ່າວ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ຈີນ​ອາຊຽນ​ໃນ​ປີ​ນີ້​ພໍດີ​ແມ່ນ​ກອງ​ປະຊຸມ​ລະ​ລຶກຈີນ​ອາຊຽນສ້າ​ງສາຍ​ພົວພັນ​ຄູ່​ເຈລະຈາ​ຄົບຮອບ20​ປີທີ່ມີ​ຄວາມ​ໝາຍ​ສຳຄັນ. ​ໂດຍ​ຢູ່​ພາຍ​ໃຕ້​ສະພາບ​ການ​ພາຍ​ນອກ​ທີ່ມີ​ຄວາມ​ສັບສົນ​ຂ້ຽວຂາດ​ໃນ​ປະຈຸ​ບັນ, ​ການເພີ່ມ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ລົງ​ເລິກ​ການ​ຮ່ວມ​ມື​ກັນ, ຊຸກ​ຍູ້​ການ​ພັດທະນາ​ແມ່ນ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຮ່ວມ​ຂອງ​ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ, ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ຝ່າຍ​ຕ່າງໆ.

ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ມີ​ຂໍ້​ລິ​ເລີ່​ມ6ຂໍ້​ສຳລັບການ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະຫວ່າງ​ຈີນ​ກັບ​ອາຊ​ຽນ, ກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ວ່າ​ດ້ວຍ​ກອງ​ປະຊຸມ​ສຸດ​ຍອດ​ການ​ລະ​ລຶກ, ​ໄດ້​ວາງ​ແຜນ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ຈີນ​ກັບ​ອາຊ​ຽນຢ່າງຮອບດ້ານ, ມີ​ຜົນ​ດີ​ຊຸກ​ຍູ້​ໃຫ້ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ຝ່າຍ​ທີ່​ອ່ວຍ​ໜ້າ​ໄປ​ສູ່​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່​ງ​ເຮືອງ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ