ທ່ານ​ນາງມາ​ກາ​ເຣດ ຈັນ ​ເປັນ​ຜູ້​ສະໝັກຮັບ​ເລືອກ​ຕັ້ງ​ພຽງ​ຜູ້ດຽວ​ຂອງ​ຜູ້ອຳນວຍການ​ໃຫຍ່​ສະ​ໄໝໜ້າຂອງ​ອົງການ​ອະນາ​ໄມ​ໂລກ

(GMT+08:00) 2011-11-22 15:56:51     cri
ວັນ​ທີ21​ພະຈິກ​ນີ້, ຢູ່​ທີ່​ເຊີ​ແນວ, ອົງການ​ອະນາ​ໄມ​ໂລກ​ໄດ້​ອອກປະກາດ​ແຈ້ງ​ການ​ໂດຍ​ເປີດ​ເຜີຍວ່າ, ທ່ານ​ນາງ​ມາ​ກາ​ເຣດ ຈັນ ຜູ້ອຳນວຍການ​ໃຫຍ່​ຜູ້​ປະຈຸ​ບັນຈະ​​ເປັນ​ຜູ້​ສະໝັກ​ຮັບ​ເລືອ​ກຕັ້ງ​ພຽງ​ຜູ້ດ​ຽວທີ່​ຈະ​ເຂົ້າ​ຮ່ວມ​ການ​​ເລືອກ​ຕັ້ງຜູ້ອຳນວຍການ​ໃຫຍ່​ສະ​ໄໝ​ໜ້າ.

ຕາມ​ຂ່າວ​ແຈ້ງວ່າ, ຄະນະ​ບໍລິຫານ​ງານ​ອົງການ​ອະນາ​ໄມ​ໂລກຈະ​ຈັດ​ກອງ​ປະຊຸມ​ແຕ່​ວັນ​ທີ16​ຫາ​ວັນ​ທີ23​ມັງກອນ​ປີໜ້າ, ​ແລະ​ຈະ​​​ປ່ອນ​ບັດ​ຕົກລົງ​ວ່າ​ຈະ​ສະ​ເໜີ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຕໍ່​ກອງ​ປະຊຸມ​ໃຫຍ່​ອະນາ​ໄມ​ໂລກ​ຫຼື​ບໍ່. ກອງ​ປະຊຸມ​ໃຫຍ່​ອະນາ​ໄມ​ໂລກ​ຈະ​ຈັດ​ຂຶ້ນ​ຢູ່​ເຊີ​ແນວ​ແຕ່​ວັນ​ທີ21​ຫາ​ວັນ​ທີ26​ພຶດສະພາ​ປີໜ້າ, ​ເມື່ອ​ຮອດ​ເວລາ​ນັ້ນ, ສະມາຊິກ​ຕ່າງໆ​ຈະ​ເລືອກ​ຕັ້ງ​ຜູ້ອຳນວຍການ​ໃຫຍ່​ຜູ້​ໃໝ່​ຂອງ​ອົງການ​ອະນາ​ໄມ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ