ຈີນ​ເຊັນ​ອະ​ນຸ​ສັນ​ຍາ​ກັບ​ອາ​ຊຽນ,​ເພື່ອ​ເປີດ​ກວ້າງ​ຂົງ​ເຂດ​ການ​ບໍ​ລິ​ການ​ທາງ​​ດ້ານ​ການ​ຄ້າ​ຕື່ມ​ອີກ

(GMT+08:00) 2011-11-22 12:30:16     cri
ຕາມ​ຂ່າວສານ​ຈີນ:ຫວ່າງມໍ່ໆ​ມານີ້,ຢູ່​ອິນ​ໂດ​ເນ​ເຊຍ,ທ່ານ​ເຊິນ​ເຕີ​ມີງ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ລົງ​ລາຍ​ເຊັນ​ໃນ "ອະ​ນຸ​ສັນ​ຍາ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ລະ​ອຽດ​ຊຸດ​ທີ​2​ໃນ​​ສັນ​ຍາ​ການ​ບໍ​ລິ​ການ​ທາງ​ດ້ານ​ການ​ຄ້າ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ".​ໃນ​ຄຳ​ໝັ້ນ​ສັນ​ຍາ​ຊຸດ​ທີ​2,​ຈີນ​ໄດ້​ເປີດ​ປະ​ຕູ​ພາກ​ສ່ວນ​ການ​ບໍ​ລິ​ການ​ຕ່າງໆ​ສູ່​ພາຍ​ນອກ​ຕື່ມ​ອີກ,​ເປັນ​ຕົ້ນ​ແມ່ນ:​ການ​ຂົນ​ສົ່ງ​ຜູ່​ໂດຍ​ສານ​ຕາມ​ທາງ​ຫຼວງ,​ການ​ອົບ​ຮົມ​ວິ​ຊາ​ຊີບ,​ການ​ບັນ​ເທິງ​ແລະ​ວັດ​ທະ​ນະ​ທຳ,​ພ້ອມ​ດ້ວຍ​ການ​ບໍ​ລິ​ການ​ທາງ​ດ້ານ​ກິ​ລາ​ເປັນ​ຕົ້ນ.​

ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ຈີນ​ໄ​ດ້​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ມີ​ຕໍ່​ອົງການ​ການ​ຄ້າ​ໂລກ​ຫຼື​WTO,​ໃນຄຳ​ໝັ້ນສັນຍາ​ອັນ​ລະອຽດ​ຊຸດ​ທີ2​ດັ່ງ​ກ່າວ,​ຈີນ​ຍັງ​ໄດ້​ດຳ​ເນີນ​ການ​ດັດ​ປັບ​ແລະ​ປັບ​ປຸງ​ເນື້ອ​ໃນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫຼາຍ​ພາກ​ສ່ວນ,​ເປັນ​ຕົ້ນ​ແມ່ນ:​ການ​ບໍ​ລິ​ການ​ທາງ​ດ້ານ​ການ​ຄ້າ,​ໂທລະ​ຄົມ​ມະ​ນາ​ຄົມ,​ການ​ກໍ່​ສ້າງ,​ຊ່ອງ​ທາງ​ຈຳ​ໜ່າຍ,​ການ​ທະ​ນາ​ຄານ, ​ການ​ທ່ອງ​ທ່ຽວ​ແລະ​ຄົມ​ມະ​ນາ​ຄົມ​ເປັນ​ຕົ້ນ.​ໃນ​ຂະນະ​ດຽວ​ກັນ​ນີ້,​ຄຳ​ໝັ້ນ​ສັນ​ຍາ​ອັນ​ລະ​ອຽດ ຊຸດ​ທີ​2​ຂອງ​ບັນດາ​ປະ​ເທດ​ອາ​ຊຽນກໍ່​ໄດ້​ເພີ່ມ​ຈຳນວນ​ພາກ​ສ່ວນ​ຢ່າງ​ຈະ​ແຈ້ງ,​ບໍ່​ພຽງ​ແຕ່​ໄດ້ ​ເປີດ​ປະ​ຕູ​ດ້ວຍ​ລະ​ດັບ​ສູງ​ກວ່າ​ເກົ່າ​ບົນ​ພື້ນ​ຖານ​ຄຳ​ໝັ້ນ​ສັນ​ຍາ​ທີ່​ມີ​ຕໍ່​WTO​ທໍ່​ນັ້ນ,​ຫຼາຍ​ປະ​ເທດ​ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທາງ​ດ້ານ​ການ​ໃຫ້​ລາ​ຄາ​ທີ່​ລື່ນ​ລະ​ດັບ​ການ​ເຈ​ລະ​ຈາ​ຮອບ​ໃໝ່​ຂອງ​WTO.

​ເມື່ອອະນຸ​ສັນຍາ​ສະບັບ​ນີ້​ໄດ້​ສຳ​ເລັດ​ລະບຽບການ​ກວດກາ​ອະນຸມັດ​ທາງ​ດ້ານ​ກົດໝາຍ​ພາຍ​ໃນ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ​ແລ້ວ,​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ​1​ມັງ​ກອນ​ປີ​2012​ເປັນ​ຕົ້ນ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ