ມີ​ຫຼາຍ​ກວ່າ​300​ລ້ານ​ຄົນ​ທີ່​ຊົມ​ໃຊ້​Micro​-​Blog​ຂອງ​ຈີນ

(GMT+08:00) 2011-11-22 12:46:06     cri
ວັນ​ທີ21​ພະຈິກ​ນີ້,ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ສື່​ມວນ​ຊົນ​ທາງອິນ​ເຕີ​ເນັດ​ຈີນ​ຄັ້ງທີ11​ທີ່​ພວມ​ດຳ​ເນີນ​ໄປ​ຢູ່​ເມືອງ​ອູ​ຮ້ານ​ແຂວງ​ຫູ​ເປີຍ​ຂອງ​ຈີນ​ເປີດ​ເຜີຍ​ວ່າ,​ປະ​ຈຸ​ບັນ​ນີ້,​ເຄື່ອງ​ມື​ເຄືອ​ຂ່າຍ​ປະ​ຊາ​ສຳ​ພັນ​ທາງ​ອິນ​ເຕີ​ເນັດ​ຕ່າງໆ ຄື:​Micro-Blog​ເປັນ​ຕົ້ນ​ພວມ​ພັດ​ທະ​ນາ​ຢ່າງ​ຟົດ​ຟື້ນ,​ຜູ່​ໃຊ້​Micro- Blog​ຂອງ​ຈີນ​ມີ​ຫຼາຍ​ກວ່າ​300​ລ້ານ​ຄົນ​ແລ້ວ.

ໃນ​ກອງ​ປະຊຸມ,ທ່ານ​ຊຽນສຽວ​ຊ່ຽນ,​ຮອງ​ຫົວ​ໜ້າ​ຫ້ອງ​ການ​ຂໍ້​ມູນ​ຂ່າວສານ​ທາງອິນ​ເຕີ​ເນັດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ປະ​ຈຸ​ບັນ​ນີ້,ການ​​ເຮັດ​ແນວ​ໃດ​ເພື່ອ​ຊຸກ​ຍູ້​ໃຫ້​Micro-Blog​ພັດ​ທະ​ນາ​ຢ່າງ​ມີ​ລະ​ບຽບ​ການ,​ໃຫ້​ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ​ທາງ​ເວັບ​ໄຊ​ຢ່າງ​ຖືກ​ຕ້ອງ​ຕາມ​ລະ​ບຽບ​ການ,​ແລະ​ອົບ​ຮົມ​ສະ​ພາບ​ແວດ​ລ້ອມ​ທີ່​ມີ​ຄວາມ​ສິ​ວິ​ໄລ​ແລະ​ສົມ​ເຫດ​ສົມ​ຜົນ,​ແມ່ນ​ຫົວ​ຂໍ້​ອັນ​ໃໝ່​ອ່ຽມ​ທີ່​ພວກ​ເຮົາ​ປະ​ເຊີນ​ໃນ​ປະ​ຈຸ​ບັນ​ນີ້.

ຂ່າວ​ແຈ້ງວ່າ,ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ໃຫຍ່​ທາງ​ດ້ານ​ອິນ​ເຕີ​ເນັດ,ມີ​ຜູ່​ໃຊ້ອິນ​ເຕີ​ເນັດ​ຫຼາຍ​ທີ່​ສຸດ​ໃນ​ໂລກ.​ປະ​ຈຸ​ບັນ​ນີ້,​ໄດ້​ມີ​ຜູ່​ໃຊ້​ອິນ​ເຕີ​ເນັດ​485​ລ້ານ​ຄົນ,​ພື້ນ​ຖານ​ໂຄງ​ລ່າງ​ທາງ​ດ້ານ​ອິນ​ເຕີ​ເນັດ​ແມ່ນ​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ,​ແລະ​ອຸດ​ສາ​ຫະ​ກຳ​ອິນ​ເຕີ​ເນັດ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ໃນ​ເບື້ອງ​ຕົ້ນ.

ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ສື່​ມວນ​ຊົນ​ອິນ​ເຕີ​ເນັດ​ຈີນ​ທີ່​ຈັດ​ຂຶ້ນ​ເປັນ​ເວ​ລາ​2​ວັນ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ​21​ພະ​ຈິກ​ນີ້,​ມີ​ຫົວ​ຂໍ້​ວ່າ ​"ຊຸກ​ຍູ້​ໃຫ້​ສື່​ມວນ​ຊົນ​ອິນ​ເຕີ​ເນັດ​ມີ​ຄວາມ​ກ້າວ​ໜ້າ​ໃໝ່,​ຊຸກ ຍູ້​ໃຫ້​ວັດ​ທະ​ນະ​ທຳ​ອິນ​ເຕີ​ເນັດ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ".​ຜູ່​ຮັບ​ຜິດ​ຊອບ​ຂອງ​ສື່​ມວນ​ຊົນ​ທາງ​ອິນ​ເຕີ​ເນັດ​ທີ່​ສຳ​ຄັນ​ໃນ​ທົ່ວ​ໂລກ,​ຜູ່​ຊ່ຽວ​ຊານ​ໃນ​ໂຮງ​ຮຽນ​ຂັ້ນ​ສູງ​​ແລະ​ເຈົ້າໜ້າ​ທີ່​ລັດ​ຖະ​ບານ​ເຂົ້າ​ຮ່ວມ​ທັງ​ໝົດ​300​ຄົນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ