ວັນທີ 21 ພະຈິກນີ້,ໃນເວລາກ່າວຄຳປາໄສ, ທ່ານໂຣເປີດ ເຊຣີ ຜູ່ປະສານງານພິເສດກ່ຽວກັບຂະບວນການສັນຕິພາບຕາເວັນອອກກາງຂອງສະຫະປະຊາຊາດກ່າວວ່າ,ອິສຣາແອນຄວນມອບພາສີອາກອນທີ່ເກັບແທນປາເລັສຕິນນັ້ນຄືນໃຫ້ປາເລັສຕິນໃນທັນທີ, ພ້ອມກັນນັ້ນ, ສອງຝ່າຍປາເລັສຕິນ ກັບ ອິສຣາແອນຄວນຮັກສາການສົນທະນາ ແລະ ການຕິດຕໍ່ພົວພັນກັນ, ເພື່ອຟື້ນຟູການເຈລະຈາສັນຕິພາບໂດຍກົງໂດຍໄວ.
ທ່ານເຊຣີກ່າວວ່າ, ຈຳນວນພາສີອາກອນທີ່ອິສຣາແອນເກັບແທນປາເລັສຕິນ ໃນແຕ່ລະປີມີປະມານ 1 ຕື້ໂດລາ, ກວມ2/3ຂອງລາຍຮັບຕໍ່ປີຂອງອົງການອຳນາດແຫ່ງຊາດປາເລັສຕິນ. ຖ້າບໍ່ຍົກເລີກການອາຢັດພາສີອາກອນທີ່ເກັບແທນນັ້ນ, ຈະສ້າງຜົນສະທ້ອນຕໍ່ຄວາມພະຍາຍາມທີ່ສ້າງສາປະເທດຊາດຂອງປາເລັສຕິນຢ່າງຮ້າຍແຮງ. ທ່ານຍັງຮຽກຮ້ອງໃຫ້ປາເລັສຕິນ ກັບ ອິສຣາແອນດຳເນີນການກະທຳຕົວຈິງ,ຫຼີກເວັ້ນບໍ່ໃຫ້ສະຖານະການອັນເຄັ່ງຕຶງໃນປະຈຸບັນນີ້ເພິ່ມທະວີຄວາມເຄັ່ງຕຶງຂຶ້ນຕື່ມອີກ, ພ້ອມທັງຮັກສາການຕິດຕໍ່ພົວພັນ ແລະ ສົນທະນາກັນ, ສ້າງສະພາບແວດລ້ອມ ແລະ ບັນຍາກາດທີ່ດີເພື່ອຟື້ນຟູການເຈລະຈາສັນຕິພາບໂດຍກົງ.
ມື້ດຽວກັນ,ໃນເວທີປຶກສາຫາລືເຂດປອດນີວເຄຼຍຕາເວັນອອກກາງຂອງອົງການພະລັງງານປະລະມານູສາກົນ, ຜູ່ແທນປະເທດອາລັບ ເຊັ່ນ,ຊີລີ ແລະ ລີບັງເປັນຕົ້ນຮຽກຮ້ອງໃຫ້ອິສຣາແອນປະລະນະໂຍບາຍ"ດຳມືດ"ໃນບັນຫາກຳລັງລົບນີວເຄຼຍ, ເຂົ້າເປັນສະມາຊິກ"ສົນທິສັນຍາບໍ່ແຜ່ຜາຍອາວຸດນີວເຄຼຍ", ປະກາດຍົກເລີກອາວຸດນີວເຄຼຍຢ່າງແທ້ຈິງ. ແຕ່ຜູ່ແທນອິສຣາແອນກ່າວເນັ້ນວ່າ, ຖ້າຫາກແມ່ນເຂດຕາເວັນອອກກາງສາມາດບັນລຸສັນຕິພາບໄດ້, ອິສຣາແອນກໍ່ບໍ່ສາມາດເຂົ້າເປັນສະມາຊິກສົນທິສັນຍາທີ່ກ່ຽວຂ້ອງນີ້ໄດ້.