ລັດຖະມົນຕີກະຊວງ​ຍຸດຕິ​ທຳ​ໄທ​ກ່າວ​ວ່າ ​ໃນ​ລາຍ​ຊື່ນີລະໂທດປີ​ນີ້​ບໍ່​ມີ​ທ່ານ​ທັກສິນ

(GMT+08:00) 2011-11-22 14:33:47     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 20 ພະຈິກ​ນີ້, ທ່ານປຣະຊາ ພຼົມນອກ ລັດຖະມົນຕີ​ວ່າການ​ກະຊວງ​ຍຸດຕິ​ທຳ​ຂອງໄທ​ກ່າວ​ວ່າ, ໃນບັນຊີລາຍຊື່ນີລະໂທດ​ຂອງ​ລາຊະ​ສຳນັກປີ​ນີ້​ບໍ່​ມີຊື່​ຂອງ​ທ່ານ​ທັກສິນ ຊິນນະ​ວັດ ອະດີດ​ນາຍົກລັດຖະມົນຕີ​ທີ່ລີ້​ໄພ​ຢູ່​ຕ່າງປະ​ເທດ.

ວັນ​ທີ 21 ພະຈິກ​ນີ້, ສື່​ມວນ​ຊົນ​ໄທ​ຍົກ​ເອົາ​ຄຳ​ເວົ້າ​ຂອງ​ທ່ານປຣະຊາພຣມນອກ,ມາລາຍ​ງານ​ວ່າ, ການ​ນີລະໂທດປີນີ້ຈະປະຕິບັດຕາມ​ປະ​ເພນີ ​ແລະ ກົດໝາຍ,ທີ່​ເຄີຍ​ປະຕິບັດ​ມາ​ໂດຍ​ທີ່​ບໍ່​​ໄດ້​ລວມ​ເຖິງຜູ່ທີ່ຖືກລົງໂທດຍ້ອນການສໍ້​ລາດ​ບັງ​ຫຼວງ ​ແລະ ພົວພັນ​ເຖິງ​ຢາ​ເສບ​ຕິດ, ​ແລະ​ບໍ່​ໄດ້ລວມ​ເຖິງຜູ່​ທີ່ຫຼຸດ​ພົ້ນ​ຈາກ​ການ​ລົງ​ໂທດ​ຂອງ​ກົດໝາຍ, ນີ້​ໝາຍ​ຄວາມ​ວ່າ​ທ່ານ​ທັກສິນ​ບໍ່​ສອດຄ່ອງ​ກັບ​ເງື່ອນ​ໄຂ​ທີ່​ຈະໄດ້​ຮັບ​ການ​ນີລະໂທດ.

ວັນ​ທີ 21 ພະຈິກ​ນີ້,ຫຼັງຈາກທ່ານປຣະຊາສະແດງທ່າທີ, ໂຄສົກກຸ່ມພັນທະ​ມິດ​ປະຊາຊົນ​ເພື່ອ​ປະຊາທິປະ​ໄຕກ່າວ​ວ່າ, ພັນທະ​ມິດ​ປະຊາຊົນ​ເພື່ອ​ປະຊາທິປະ​ໄຕຕົກລົງຍົກ​ເລີກງານ​ໂຮມ​ຊຸມນຸມ​ຂະໜາດ​ໃຫຍ່​ທີ່​ມີ​ແຜນ​ຈະ​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ