ຈີນ​ຈະ​ຊ່ວຍ​ເຫຼືອ​ປະ​ເທດ​ພວມ​ພັດທະນາ​ເພື່ອ​ຮັບ​ມື​ກັບການ​ປ່ຽນ​​ແປງຂອງດິນ​ຟ້າ​ອາກາດ

(GMT+08:00) 2011-11-22 14:49:19     cri

ວັນ​ທີ 21 ພະຈິກ​ນີ້, ທ່ານ​ເຊ້​ເຈີ້ນ​ຮວາ ຮອງ​ຫົວໜ້າຄະນະ​ກຳມະການ​​ການພັດທະນາ​ແລະການປະຕິ​ຮູບ​ແຫ່ງ​ລັດ​ຈີນກ່າວ​ວ່າ, ຈີນ​ຈະ​​ໃຫ້ການ​ຊ່ວຍ​ເຫຼືອ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ຕໍ່​ປະ​ເທດ​ທີ່​ຖືກຜົນ​ສະທ້ອນ​ຈາກການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​ໂດຍ​ຜ່ານ"ການ​ຮ່ວມ​ມື​ໃຕ້​ໃຕ້"ກ່ຽວ​ກັບການປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ,​ເພື່ອ​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ໃນການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ.

ມື້​ດຽວ​ກັນ, ​ໃນ​ເວລາ​ເຂົ້າ​ຮ່ວມ​ຊຸດ​ອົບຮົມ​ສຳລັບ​ຮັບມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ເຊິ່ງ​ທີ່​ມີ​ປະ​ເທດ​​ພວມ​ພັດທະນາ​ເຖິງ 26 ປະ​ເທດ​ເຂົ້າຮ່ວມ, ທ່ານ​ເຊ້​ເຈີ້ນ​ຮວາ​ກ່າວ​ວ່າ,ການ​ຊ່ວຍ​ເຫຼືອ​ຂອງຈີນລວມທັງ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​​, ການ​​ເຜີຍ​ແຜ່​​ເຕັກ​ນິກ​ເພື່ອ​ສອດຄ່ອງ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ເຜີຍ​ແຜ່​ນຳ​​ໃຊ້​ເຕັກນິກ​ຜະລິດ​ຕະພັນ​ປະຢັດ​ພະລັງງານ ​ແລະ ພະລັງງານ​ເກີດ​ໃໝ່​ໄດ້, ພ້ອມ​ທັງການ​ກໍ່ສ້າງໂຄງການ​ຄວາມ​ສາມາດ​ທີ່​ປະ​ເທດ​ພວມ​ພັດທະນາ​ຕ້ອງການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ