ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຄັ້ງ​ທີ26​ອັດ​ລົງ

(GMT+08:00) 2011-11-23 15:43:01     cri
ຕາມ​ຂ່າວສານANTARAອິນ​ໂດ​ເນ​ເຊຍ​ລາຍ​ງານ​ວ່າ: ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ຫຼື​ຊີ​ເກ​ມ​ຄັ້ງ​ທີ26​ໄດ້​ອັດ​ລົງ​ແລ້ວ​ໃນ​ຕອນ​ຄ່ຳ​ວັນ​ທີ22​ພະຈິກ​ນີ້​ຢູ່​ນະຄອນ​ປາ​ເລັມ​ບັງ​ແຂວງ​ຊູ​ມັດ​ຕຼາ​ໃຕ້​ຂອງ​ອິນ​ໂດ​ເນ​ເຊຍ.

ພິທີ​ປິດ​ງານ​ທີ່​ມີ​ຫົວ​ຂໍ້​ວ່າ"​ໄຊຊະນະ​ແຫ່ງ​ຄວາມ​ກົມກຽວກັນ"​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ22​ພະຈິກ​ນີ້ຢູ່ສູນ​ກິລາ​ສະລີ​ວິຈາ​ຢາ​ຂອງ​ນະຄອນ​ປາ​ເລັມ​ບັງ.ທ່ານ​ໂບອີ​ດີ​ໂອ​ໂນ ຮອງ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ໄດ້​ກ່າວ​ຄຳ​ປາ​ໃສ​ໃນ​ພິທີ​ປິດ​ງານ,ທ່ານ​ກ່າວ​ວ່າ,​ຜົນ​ງານ​ອັນ​ພົ້ນ​ເດັ່ນ​ໃນ​ງານ​ມະ​ຫາ​ກຳ​ກິລາ​ຄັ້ງ​ນີ້​ແມ່ນ​ໝາກ​ຜົນ​ແຫ່ງ​ໄຊ​ຊະ​ນະ​ຂອງ​ປະ​ຊາ​ຊົນ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້,​ ສະ​ແດງ​ໃຫ້​ທົ່ວ​ໂລກ​ເຫັນ​ເຖິງ​ມິດ​ຕະ​ພາບ​ອັນ​ຈິງ​ໃຈ​ລະຫວ່າງ​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ໃນ​ພິທີ​ປິດ​ງານ,ທ່ານ​ອູ​ທິນ ຊານລັດຖະມົນຕີ​ວ່າການ​ກະຊວງ​ຊາວ​ໜຸ່ມ​ແລະ​ກິລາ​ມຽນມາ​ ຊຶ່ງ​ເປັນ​ປະ​ເທດ​ເຈົ້າພາບ​ຈັດ​ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຫຼື​ຊີ​ເກ​ມຄັ້ງ​ທີ27​ໄດ້​ຮັບ​​ເອົາທຸງ​ຊີ​ເກ​ມ,ນັກ​ສິລະ​ປິນ50​ຄົນ​ຂອງ​ມຽນມາ​ໄດ້​ສະ​ແດງ​ການ​​ເຕັ້ນ​ລຳ​ພື້ນ​ເມືອງ​ມຽນມາ​.

ງານ​ມະຫາ​ກຳ​ກິລາອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຄັ້ງ​ທີ26​ໄຂ​ຂຶ້ນ​ໃນ​ວັນ​ທີ11​ພະຈິກ​ນີ້​ແລະດຳ​ເນີນການ​ແຂ່ງຂັນ​ມາເປັນ​ເວລາ12​ວັນ.ອິນ​ໂດ​ເນ​ເຊຍ​ເປັນ​ເຈົ້າ​ຫຼຽນ​ຄຳຄອງ​ອັນ​ດັບທີ​ໜຶ່ງ​ໃນ​ການຈັດ​ອັນ​ດັບຕາຕະລາງ​ຫຼຽນ​ຄື​ໄດ້​ຫຼຽນ​ຄຳ182​ຫຼຽນ,ຫຼຽນ​ເງິນ151​ຫຼຽນ​ແລະ​ຫຼຽນ​ທອງ143​ຫຼຽນ,​ໄທ​​ເປັນອັນ​ດັບ​ສອງ,​ແລະ​ຫວຽດນາມ​ເປັນອັນ​ດັບ3.ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຫຼື​ຊີ​ເກ​ມຄັ້ງ​ທີ27​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ເນ​ປີ​ດໍ​ຂອງ​ມຽນມາ​ໃນ​ປີ2013.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ