10​ເດືອນ​ຂອງ​ປີ​2011ນີ້ ຫວຽດນາມ​ໄດ້​ບັນລຸການ​ສົ່ງ​ອອກ​ເຂົ້າສານ​ 6ລ້ານ3​ແສນ8ໝື່ນ​ໂຕນ

(GMT+08:00) 2011-11-23 16:17:32     cri
ຕາມ​ຂ່າວສານ​ຊີ​ນຮວາ: ຕາມ​ຕົວ​ເລກ​ສະຖິຕິ​ຫຼ້າ​ສຸດ​ຂອງ​ກະຊວງ​ ​ພັດທະນາ​ກະສິກຳ​ແລະ​ຊົນນະບົດ​ຫວຽດນາມ​ແຈ້ງ​ໃຫ້​ຮູ້​ວ່າ, 10​ເດືອນ​ຂອງ​ປີ2011ນີ້, ຫວຽດນາມ​ໄດ້​ບັນລຸ​ການ​ສົ່ງ​ອອກ​ເຂົ້າສານ​ເຖິງ6ລ້ານ3​ແສນ8ໝື່ນ​ໂຕນ,ມູນ​ຄ່າ​ການ​ສົ່ງ​ອອກ​ເຂົ້າສານ​​ມີ​ເຖິງ3ຕື້200ລ້ານ​ໂດ​ລາ.

ຈາກສະຖິຕິ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ,10​ເດືອນ​​ຂອງ​ປີ​ນີ້,​ເຂດ​ທົ່ງພຽງ​ແມ່ນ້ຳ​ກິວລອງ​ຊຶ່ງ​ເປັນ​ເຂດ​ຜະລິດ​ສະບຽງ​ອາຫານ​ທີ່​ສຳຄັນ​ຂອງ​ຫວຽດນາມ​ໄດ້​ສົ່ງ​ອອກ​ເຂົ້າສານ 5ລ້ານ8​ແສນ​ໂຕນ,ມູນ​ຄ່າ​ການ​ສົ່ງ​ອອກ​ສະບຽງ​ອາຫານ​ໄດ້​ມີ​​ເຖິງ 2ຕື້800​ລ້ານ​ໂດ​ລາ.

​ພາກ​ພື້ນ​ອາ​ຊີ​ຍັງ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ເຂົ້າສານ​ທີ່​ສຳຄັນ​ຂອງ​ຫວຽດນາມ, ມູນ​ຄ່າ​ການ​ສົ່ງ​ອອກ​ເຂົ້າສານ​ກວມ64%ຂອງ​ລວມຍອດມູນ​ຄ່າ​ການ​ສົ່ງ​ອອກ​ສິນຄ້າຂອງ​ຫວຽດນາມ. ນອກຈາກ​ນັ້ນ,​ອາ​ຟິຼກກາ​ກວມ25%​ແລະທະວີບອາ​ເມ​ລິ​ກາກວມ 7%ຂອງ​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ສິນຄ້າຂອງ​ຫວຽດນາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ