ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ສ້າງ​ຕັ້ງລັດຖະບານ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ

(GMT+08:00) 2011-11-23 16:20:06     cri
ວັນ​ທີ23ພະຈິກ​ນີ້, ທ່ານ​ລິວ​ເຫວີຍ​ມິນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດຈີນ​ກ່າວ​ວ່າ,ການ​ສ້າງ​ຕັ້ງ​ລັດຖະບານ​ຊົ່ວ​ຄາວ​ແຫ່ງ​ຊາດ​ລີ​ບີ​​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າຂະ​ບວນການຊົ່ວຄາວທາງ​ການ​ເມືອງ​ຂອງ​ລີ​ບີ​ໄດ້​ຢ່ວງ​​ເຂົ້າ​ສູ່ບາດກ້າວ​ທີ່​ສຳຄັນ,ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.

ທ່ານ​ລິວ​ເຫວີຍ​ມິນ​ກ່າວ​ວ່າ,ຈີນ​ຫວັງ​​ໃຫ້ການ​ສ້າງສາ​ຄືນ​ໃໝ່ທາງ​ດ້ານການ​ເມືອງ​ແລະ​ເສດຖະກິດ​ຂອງ​ລີ​ບີ​​ດຳ​ເນີນ​​ໄປ​ຢ່າງ​ສະດວກ, ປົກ​ປັກ​ຮັກສາສະຖຽນ​ລະ​ພາບ​ຂອງ​ສັງຄົມ,ບັນລຸຄວາມ​ສາມັກ​ຄີ​ປອງ​ດອງ​ຊາດ,​ເຮັດ​ໃຫ້​ປະຊາຊົນ​ລີ​ບີ​ດຳລົງ​ຊີວິດ​ຢ່າງ​ມີ​ຄວາມສຸກ​ແລະ​ຄວາມ​ສະຫງົບ​ໂດຍ​ໄວ. ຈີນ​ຈະ​ຮ່ວມ​ກັບ​ລີ​ບີ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ຕໍ່​ເນື່ອງ,​ແລະ​ຍິນ​ດີ​ເສີມ​ຂະຫຍາຍ​ບົດບາດທີ່​ມີ​ລັກສະນະ​ສ້າງສັນ​ໃນ​ການ​ສ້າງສາ​ຄືນ​ໃໝ່​ຂອງລີ​ບີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ