​ໃນ5ປີຜ່ານມາ ຈີນ​ໄດ້​ຫຼຸດ​ການ​ລະບາຍ​ກາກ​ບອນ​ດີ​ອອກ​ຊິດ​ໄລ່​ລວມ​ແລ້ວປະມານ 1ຕື້740ລ້ານໂຕນ

(GMT+08:00) 2011-11-23 16:27:11     cri

"ບົດ​ລາຍ​ງານການ​ຄົ້ນຄວ້າ​ກ່ຽວ​ກັບ​ການ​ຫຼຸດ​ການ​ລະບາຍ​ກາກ​ບອນ​ດີ​ອອກ​ຊິດ​ຂະ​ແໜງ​ການ​ຜະລິດໄຟຟ້າ​ຈີນ"ທີ່​ເຜີຍ​ແຜ່​ໃນ​ວັນ​ທີ22ພະຈິກ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ຖື​ປີ2005​ເປັນມາດຖານ, ​ແຕ່​ປີ2006ຫາ​ປີ2010,ຈີນ​ໄດ້​ຫຼຸດ​ການລະບາຍ​ກາກ​ບອນ​ດີ​ອອກ​ຊິດ​ລົງ​ຢ່າງ​ຫຼວງ​ຫຼາຍ.ຖ້າໄລ່​ລວມ​ແລ້ວ​ໄດ້​ຫຼຸດ​ລົງປະມານ 1ຕື້740ລ້ານໂຕນ.


ບົດ​ລາຍ​ງານ​ຊີ້​ອອກວ່າ,​ແຕ່​ປີ2006ຮອດ​ປີ2010,ຂະ​ແໜງ​ການຜະ​ລິດໄຟຟ້າ​ຂອງ​ຈີນ​ໄດ້​ເພີ່ມ​ຄວາມ​​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ​​ການ​ປະຢັດ​ພະລັງງານ, ປະລິມານການ​ສິ້ນ​ເປືອງ​ຖ່ານ​ຫີນສະ​ເລ່ຍຂອງເຄື່ອງຈັກຜະລິດ​ໄຟຟ້າ ​ແລະ​ອັດຕາ​ການ​ໃຊ້​ໄຟຟ້າ​ໃນ​​ໂຮງງານໄດ້​ບັນລຸ​​ຫຼື​ເກືອບ​​ເຖິງລະດັບກ້າວ​ໜ້າຂອງ​ໂລກ,​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ຈີນໄດ້​ສຳ​ເລັດ​ເປົ້າ​ໝາຍ​ແຜນການ​ປະຢັດ​ພະລັງງານ5ປີ​ກ່ອນ​ເວລາ​ກຳນົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ