ຕາມຂ່າວCRI: ວັນທີ22ພະຈິກນີ້, ທ່ານອັບເດວ ຣາຮິມ ເອວລ ກິບ ປະທານຄະນະບໍລິຫານງານຄະນະກຳມະການແຫ່ງຊາດຊົ່ວຄາວລີບີໄດ້ປະກາດບັນຊີລາຍຊື່ຂອງ"ລັດຖະບານຊົ່ວຄາວ"ຢູ່ນະຄອນຫຼວງຕຼິໂປລີຂອງລີບີ, ແລະໄດ້ປະກາດການຈັດຕັ້ງ"ລັດຖະບານຊົ່ວຄາວ".ຂື້ນ
ທ່ານອັບເດວ ຣາຮິມ ເອວລ ກິບໃຫ້ຂຶ້ນຮັບຕຳແໜ່ງເປັນນາຍົກລັດຖະມົນຕີຂອງ"ລັດຖະບານເອຢິບ". ທ່ານກ່າວໃນກອງປະຊຸມຂ່າວວ່າ, "ລັດຖະບານຊົ່ວຄາວ"ມີຮອງນາຍົກລັດຖະມົນຕີ2ຄົນແລະລັດຖະມົນຕີວ່າການກະຊວງຕ່າງໆ24ຄົນ, ເຊິ່ງໃນນັ້ນມີລັດຖະມົນຕີທີ່ເປັນຜູ້ຍິງ2ຄົນ.
ທ່ານອັບເດວ ຣາຮິມ ເອວລ ກິບກ່າວວ່າ, ໜ້າທີ່ສຳຄັນກວ່າໝູ່ຂອງ"ລັດຖະບານຊົ່ວຄາວ"ແມ່ນສ້າງສາຄວາມໝັ້ນຄົງຂອງສັງຄົມຄືນໃໝ່, ຊ່ວຍເຫຼືອ"ຄະນະບໍລິຫານງານຄະນະກຳມະການແຫ່ງຊາດຊົ່ວຄາວລີບີ"ບັນລຸການປົດປ່ອຍທົ່ວປະເທດ, ໃຫ້ຖານະທີ່ດີແກ່ຜູ້ເສຍຊີວິດຜູ້ບາດເຈັບແລະຄອບຄົວຂອງເຂົາເຈົ້າ, ສ້າງລະບົບກົດໝາຍທີ່ຍຸຕິທຳ, ປັບປຸງກອງທັບທົ່ວປະເທດແລະຂະຫຍາຍການພົວພັນການຮ່ວມມືກັບຕ່າງປະເທດໃຫ້ກວ້າງຂວາງບົນພື້ນຖານທີ່ເຄົາລົບນັບຖືແລະປົກປ້ອງຜົນປະໂຫຍດຮ່ວມກັນ.