ກອງທັບ​ເອຢິບຮັບ​ເອົາ​​ໃບ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ຄະ​ນະ​ລັດ​ຖະ​ບານ​ແລະ​ປະ​ກາດ​ເວ​ລາ​ກຳ​ນົດ​ຂອງ​ການ​ເລືອ​ກຕັ້ງ​ ອາ​ເມ​ລິ​ກາ​ກ່າວ​ປະ​ນາມ​ເຫດ​ການ​ກຳ​ລັງ​ຮຸນ​ແຮງ​ຢູ່​ເອ​ຢິບ

(GMT+08:00) 2011-11-23 16:08:34     cri
ຕາມ​ຂ່າວCRI: ຕອນ​ແລງ​ວັນ​ທີ22ພະຈິກ​ນີ້, ທ່ານ​ຮຸດ​ເຊ​ອິນ ຕັນ​ຕາ​ວີ​ປະທານ​ຄະນະ​ກຳມະການສູງ​ສຸດ​ຂອງ​ກອງທັບເອຢິບ​​ໄດ້​ກ່າວ​ຄຳ​ປາ​ໄສ​ທາງ​ໂທລະພາບ​ວ່າ, ກອງທັບ​ໄດ້​ຮັບ​ເອົາ​​ໃບ​ສະ​ເໜີ​ລາ​ອອກ​ຈາກ​ຕຳ​ແໜ່​ງຈາກ​ຄະນະ​ລັດຖະບານ​ແລ້ວ​ແລະ, ຈະ​ຈັດ​ຕັ້ງ​ລັດ​ຖະ​ບານ​ທີ່​ປະກອບ​ດ້ວຍຊົນ​ເຜົ່າ, ​ແລະ​ຈະ​ຈັດການ​ເລືອກ​ຕັ້ງ​ຕາມ​ເວລາ​ກຳນົດ.

ທ່ານ​ຮຸດ​ເຊ​ອິນ ຕັນ​ຕາ​ວີ​ກ່າ​ວວ່າ, ຄະນະ​ກຳມະການ​ສູງ​ສຸດ​ຂອງ​ກອງທັບບໍ່​ຢາກ​ຄວບ​ຄຸມ​ອຳນາດ, ຖ້າວ່າ​ປະຊາຊົນ​ມີ​ຄວາມ​ຍິນ​ດີ, ສາມາດ​ຜ່ານ​ປະຊາ​ມະຕິ​​ເພື່ອມອບ​ອຳນາດ​ໃນ​ທັນທີ. ກອງທັບ​ຮຽກຮ້ອງ​ໃຫ້​ຄະນະ​ລັດຖະບານ​ຊຸດ​ນີ້​ສືບ​ຕໍ່​ຮັກສາ​ອຳນາດການ​ປົກຄອງ​ໄປ​ຈົນ​ກວ່າ​ຈະ​ມີ​ການຈັດ​ຕັ້ງລັດຖະບານຊຸດ​ໃໝ່​, ການ​ເລືອກ​ຕັ້ງ​​ປະທາ ນາທິບໍດີ​ຫຼ້າ​ສຸດຈະ​ຈັດ​ຂຶ້ນ​ກ່ອນ​ວັນ​ທີ30ມິຖຸນາ​ປີໜ້າ.

ນັບ​ແຕ່​ວັນ​ທີ18ພະ​ຈິກ​ນີ້​ເປັນ​ຕົ້ນ​ມາ, ການ​​ເດີນ​ຂະ​ບວນໄຫວປະ​ທ້ວງ​ທີ່​ຮຽກຮ້ອງ​ໃຫ້​ກອງທັບ​ມອບ​ອຳນາດ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ເລີ​ແກ​ຂອງ​ເອຢິບ​ໄດ້​ສືບ​ຕໍ່​ດຳ​ເນີນ​ຢູ່ບໍ່​ຂາດ, ທະຫານ​ແລະ​ຕຳຫຼວດ​ໄດ້​ປະ​ທະ​ກັນ​ກັບ​ຜູ້​ປະ​ທ້ວງ​ຢ່າງ​ຕໍ່​ເນື່ອງ, ​ເຊິ່ງ​​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ28ຄົນ, ​ແລະ​ຫຼາຍ​ກວ່າ2000ກວ່າ​ຄົນ​​ໄດ້​ຮັບບາດ​ເຈັບ.

ວັນ​ທີ22ພະຈິກ​ນີ້, ທ່ານ​ເຈ ຄາ​ນີໂຄສົກ​ທຳນຽບຂາວ​ຂອງອາ​ເມ​ລິ​ກາ​ໄດ້​ກ່າວ​ປະນາມ​ຕໍ່​​ເຫດການ​ຄວາມ​ຮຸນ​ແຮງທີ່​ເກີດ​ຂຶ້ນ​, ​ແລະ​ກ່າວ​ເນັ້ນ​ວ່າ​​ເອຢິບ​ຕ້ອງ​ຢຸດຕິ​ການໃຊ້​ກຳລັງ​ຮຸນ​ແຮງ​ໃນ​ການ​ປາບ​ປາມ​ຜູ້​ປະ​ທ້ວງ​ການ​ປາບ​ປາມ​ຄວາມ​ດຳ​ເນີນ​ໄປ​ແບບ​ສັນຕິ​ວິທີ​ເພື່ອ​ສ້າງ​ອານາ​ຄົດ​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ