ການທ່ອງທ່ຽວວັດທະນະທຳ​ສີ​ລະ​ປະ​ມິດຕະພາບ​ຈີນ​ອາ​ຊຽນຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້

(GMT+08:00) 2011-11-23 10:59:57     cri
ຕາມ​ຂ່າວ​ຈາກ​ໜັງ​ສືພິມ​ເຢິນມິນ​ຢື້​ປ້າວ: ​ແຕ່​ວັນ​ທີ 24 ພະຈິກ​ຫາ​ວັນ​ທີ 6 ທັນວາໜ້າ​ນີ້, ກິດ​ຈະ​ກຳ​ການ​ທ່ອງທ່ຽວ​ວັດທະ​ນະທຳ​ສີ​ລະ​ປະ​ມິດຕະ​ພາບ​ຈີນ​ອາ​ຊຽນທີ່​ຈັດ​ໂດຍ​ສະມາຄົມ​ມິດຕະພາບ​ກັບ​ຕ່າງປະ​ເທດ​ຂອງ​ຈີນນັ້ນ, ຈະ​ພາ​ສີ​ລະ​ປິນທີ່​ມີ​ຊື່​ສຽງ​ຂອງ​ຈີນ 9 ຄົນ​ໄປ​ຢ້ຽມຢາມ​ຫວຽດ​ນາມ, ລາວ, ມະ​ເລ​ເຊຍ​ແລະ​ບຼູ​ໄນ.

ຮູບ​ແຕ້ມ​ແລະ​ສີມືການ​ຂຽນ​ງາມ 70 ​​ແຜ່ນ​ຂອງ​ສີ​ລະ​ປິນຈີນ 9 ທ່ານ​​ຈະ​ນຳໄປ​ວາງສະ​ແດງ​ຢູ່ 4 ປະ​ເທດ​ອາ​ຊຽນ. ​ເນື້ອ​ໃນ​ຂອງ​ຮູບ​ທີ່​ຈະ​ນຳ​ໄປວາງສະ​ແດງ​ລວມມີ​ຮູບ​ແຕ້ມພູ​ຜາ​ແລະ​ແມ່​ນ້ຳ, ດອກ​ໄມ້​ແລະ​ນົກ, ​ຮູບ​ແຕ້ມຄົນ​ແລະສີມື​ການ​ຂຽນ​ງາມ​​ເປັນ​ຕົ້ນ, ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນສຳ​ເລັດ​​ໃນ​ດ້ານ​ການ​​ແຕ້ມ​ຮູບ​ແລະ​ການ​ຂຽນ​ງາມ​ຂອງ​ຈີນ​ໃນ​ສະ​ໄໝ​ປະຈຸ​ບັນ​ດ້ວຍວິທີ​ແຕ້ມ​ຮູບ​ແລະ​ການ​ຂຽນ​ງາມ​ທີ່​ແຕກຕ່າງ​ກັນ. ພ້ອມ​ກັນ​ນັ້ນ, ນັກ​ສີ​ລະ​ປິນທັງ 9 ທ່ານ​ດັ່ງກ່າວ​ຍັງ​ຈະ​ດຳ​ເນີນ​ກິດຈະກຳ​ແລກປ່ຽນ​ວັດທະນະທຳ​ດ້ວຍ​ຮູບ​ການ​ຕ່າງໆ​ກັບ​​ສີ​ລະ​ປິນຂອງ​ປະ​ເທດ​ຫວຽດນາມ, ລາວ, ມະ​ເລ​ເຊຍ​ແລະບຼູ​ໄນ​ຢູ່​ສະຖານ​ທີ່​ວາງສະ​ແດງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ